ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະສູນກາງແນວລາວສ້າງຊາດ

Chia sẻ
(VOVWORLD) -ຕອນບ່າຍວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ.

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະສູນກາງແນວລາວສ້າງຊາດ - ảnh 1ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະສູນກາງແນວລາວສ້າງຊາດ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຢືນຢັນພຶດຕິກຳຕົວຈິງການຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນ, ຫວຽດນາມ ໄດ້ສຸມໃສ່ເສີມຂະຫຍາຍບົດບາດຂອງປະຊາຊົນ, ຂອງທັງລະບົບການເມືອງ, ໃນນັ້ນແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ຈາກສູນກາງລົງຮອດທ້ອງຖິ່ນສວມບົດບາດແກ່ນສານ. ຄະນະຂົນຂວາຍປະຊາຊົນສູນກາງໄດ້ສົມທົບກັບລັດຖະບານປະຕິບັດລາຍການ ອຳນາດການປົກຄອງປະຕິບັດວຽກງານຂົນຂວາຍປະຊາຊົນ ດ້ວຍ 6 ເນື້ອໃນຄື: ປະກາດໃຊ້ນະໂຍບາຍ; ຈັດຕັ້ງການປະຕິບັດນະໂຍບາຍ; ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການດຳລົງຊີວິດຂອງປະຊາຊົນ; ຄຸນສົມບັດຂອງລັດຖະກອນ ແລະ ປະຕິຮູບການບໍລິຫານ; ແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງປະຊາຊົນ.

        ສ່ວນທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານແນວລາວສ້າງຊາດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ໜູນຊ່ວຍ, ແບ່ງປັນ, ຖ່າຍຖອດໃຫ້ແກ່ລາວ ບັນດາບົດຮຽນທີ່ດີ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວໃນວຽກງານຂົນຂວາຍປະຊາຊົນຢູ່ລາວ.

ຕອບກັບ