ຫວຽດນາມແມ່ນເລື່ອງລາວກ່ຽວກັບຜົນສຳເລັດທາງດ້ານເສດຖະກິດ

Chia sẻ
(VOVWORLD) -ບັນດາຜົນງານດັ່ງກ່າວໄດ້ຮັບການຮັບຮອງ ແລະ ຕີລາຄາສູງຈາກປະຊາຄົມໂລກ.
ຫວຽດນາມແມ່ນເລື່ອງລາວກ່ຽວກັບຜົນສຳເລັດທາງດ້ານເສດຖະກິດ - ảnh 1(ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Pranay Verma)

ໜັງສືພິມ Khmer Times ຂອງກຳປູເຈຍ ສະບັບອອກວັນທີ 01 ກຸມພາ ໄດ້ລົງພິມບົດຂຽນໃຫ້ຂໍ້ສັງເກດວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ຮັບຖືເປັນເລື່ອງລາວກ່ຽວກັບຜົນສຳເລັດ ເມື່ອມີລະດັບການເຕີບໂຕເສດຖະກິດແມ່ນນອນໃນບັນດາປະເທດບັນລຸລະດັບສູງທີ່ສຸດໃນໂລກໃນກວ່າ 1 ທົດສະວັດຜ່ານມາ. ບັນດາຜົນງານດັ່ງກ່າວໄດ້ຮັບການຮັບຮອງ ແລະ ຕີລາຄາສູງຈາກປະຊາຄົມໂລກ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກກອມມູນິດຫວຽດນາມ ໄດ້ສ້າງບາດກ້າວມອບໂອນສິດອຳນາດສຳຄັນໃຫ້ການນຳລຸ້ນສືບທອດຂອງພັກກອມມູນິດຫວຽດນາມ, ສືບຕໍ່ມີບັນດາການກຳນົດທິດທີ່ຖືກຕ້ອງ, ຊ່ວຍໃຫ້ຫວຽດນາມ ນັບມື້ນັບມີຄວາມວັດທະນາຖາວອນ ແລະ ຢັ້ງຢືນທີ່ຕັ້ງສຳຄັນໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ໂລກ.

        ທ່ານເລຂາທິການໃຫຍ່ພັກກອມມູນິດອີຕາລີ Mauro Alboresi ໄດ້ຕີລາຄາສູງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ພ້ອມທັງຢືນຢັນວ່າ, ພັກກອມມູນິດອີຕາລີ ຍາມໃດກໍ່ຖືຫວຽດນາມ ແມ່ນແບບຢ່າງຂອງຂະບວນການກອມມູນິດສາກົນ. ແນວທາງການຕ່າງປະເທດຂອງຫວຽດນາມ ໄດ້ສະແດງໃຫ້ເຫັນສະຕິຄວາມຮັບຮູ້ຢ່າງຖືກຕ້ອງຂອງວິທີສຳພັດຫຼາຍຝ່າຍ, ກົງກັນຂ້າມກັບວິທີສຳພັດພຽງລຳພັງຝ່າຍດຽວ ໃນການປະເຊີນໜ້າກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Pranay Verma ຖືວ່າ: ຫວຽດນາມ ແກ້ໄຂໂລກລະບາດສັບສົນບັນລຸຜົນສຳເລັດ, ນຳເສດຖະກິດກັບຄືນສູ່ປົກກະຕິ ແລະ ມີການເຕີບໂຕຢ່າງຕັ້ງໜ້າ. ວິໄສທັດອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ  ແລະ ຍຸດທະສາດຈະແຈ້ງໃນໄລຍະຍາວ ຈະຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045. ອິນເດຍ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນຄູ່ຮ່ວມມືຫຼາຍດ້ານທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ.

ຕອບກັບ