ຫວຽດນາມ-ເບລາຣຸດມີເງື່ອນໄຂຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດກວ່າອີກ

Chia sẻ
(VOVWORLD) -ການນຳສະພາແຫ່ງຊາດ 2 ທ່ານໄດ້ຕີລາຄາສູງເລື່ອງ 2 ປະເທດໄດ້ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນເປັນປະຈຳ, ແບ່ງປັນທັດສະນະລວມກ່ຽວກັບຫຼາຍບັນຫາຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ.

ຫວຽດນາມ-ເບລາຣຸດມີເງື່ອນໄຂຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດກວ່າອີກ - ảnh 1ການນຳສະພາແຫ່ງຊາດ 2 ທ່ານ ພົບປະກັບວົງການນັກຂ່າວພາຍຫຼັງການພົບປະເຈລະຈາ

(ພາບ: TTXVN)

ຕອນບ່າຍວັນທີ 12 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະພາສາທາລະນະລັດ (ສະພາສູງ) ເບລາຣຸດ, ຢູ່ນະຄອນຫຼວງ Minsk, ທ່ານນາງປະທານສະພາສູງເບລາຣຸດ Matalia Kochanova ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ທີ່ໄປຢ້ຽມຢາມເບລາຣຸດ ຢ່າງເປັນທາງການ.

        ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳສະພາແຫ່ງຊາດ 2 ທ່ານໄດ້ຕີລາຄາສູງເລື່ອງ 2 ປະເທດໄດ້ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນເປັນປະຈຳ, ແບ່ງປັນທັດສະນະລວມກ່ຽວກັບຫຼາຍບັນຫາຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ. ການນຳສະພາແຫ່ງຊາດ 2 ທ່ານຖືວ່າ, 2 ຝ່າຍມີພື້ນຖານເພື່ອເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ເພື່ອສູ້ຊົນຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງລະດັບ 500 ລ້ານ USD ໃນໄລຍະຈະມາເຖິງ. 2 ຝ່າຍກໍ່ຄວນຂຸດຄົ້ນທ່າແຮງຂອງສັນຍາການຄ້າສະບັບຕ່າງໆ, ຊຸກຍູ້ການຮ່ວມມືໃນຂົງເຂດມະນຸດສະທຳ, ຈັດຕັ້ງຊຸມວັນເບລາຣຸດ ຢູ່ຫວຽດນາມ ໃນປີ 2021…

        ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດ/ລັດຖະສະພາຂອງ 2 ປະເທດ, ການນຳ 2 ທ່ານກໍ່ເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະກຳມະການດ້ານວິຊາສະເພາະ; ປຶກສາຫາລື, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍເປັນປະຈຳ ແລະ ໃຫ້ແໜ້ນແຟ້ນກວ່າເກົ່າ.

        ທີ່ການພົບປະກັບວົງການນັກຂ່າວພາຍຫຼັງການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ.

        “2 ຝ່າຍຈະສຸມໃສ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າກວ່າອີກ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງຫວຽດນາມ ມີທ່າແຮງ, ເບລາຣຸດ ມີຄວາມຕ້ອງການ ແລະ ກົງກັນຂ້າມ; ຊຸກຍູ້ບັນດາຜະລິດຕະພັນກະເສດທີ່ມີທ່າແຮງ, ພ້ອມກັບການຮ່ວມມືໃນຂົງເຂດທ່ອງທ່ຽວ, ໜູນຊ່ວຍເຊິ່ງກັນແລະ ກັນເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດອາຊີ - ເອີລົບ. 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເບລາຣຸດ ເຊິ່ງ 2 ຝ່າຍໄດ້ລົງນາມເມື່ອເດືອນ ເມສາ 2009 ຢ່າງມີປະສິດທິຜົນ ເພື່ອເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມະການ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ”.

        ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບບັນດາການນຳເບລາຣຸດ. ທີ່ບັນດາການພົບປະດັ່ງກ່າວນັ້ນ, 2 ຝ່າຍໄດ້ເນັ້ນໜັກວ່າ, ການຢ້ຽມຢາມຈະສ້າງກຳລັງໜູນອັນໃຫຍ່ຫຼວງໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ 2 ປະເທດ; ເຫັນດີເພີ່ມທະວີການຮ່ວມມື 2 ຝ່າຍ.

        ການນຳເບລາຣຸດ ກໍ່ຢືນຢັນວ່າ, ຍາມໃດກໍ່ຈະສະໜັບສະໜູນການແກ້ໄຂທຸກການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວີທີ ບົນພື້ນຖານກົດໝາຍສາກົນ.

ຕອບກັບ