ຫວຽດນາມເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ອິນໂດຍ-CLMV

Chia sẻ
(VOVWORLD) -ຄະນະວິສາຫະກິດຫວຽດນາມ ໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ “ການພົບປະລະຫວ່າງບັນດາຜູ້ຊື້ ແລະ ຜູ້ຂາຍສິນຄ້າອິນເດຍ - CLMV” ຄັ້ງທີ 1, ເຊິ່ງດຳເນີນໃນວັນທີ 16 ຕຸລາ ຢູ່ Chennai, ເມືອງຫຼວງ Tamil Nadu, ປະເທດອິນເດຍ.

ຫວຽດນາມເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ອິນໂດຍ-CLMV - ảnh 1ກອງປະຊຸມເຊື່ອມຕໍ່ອິນໂດຍ-CLMV

(ພາບ: congthuong.vn)

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຂຸດຄົ້ນບັນດາການເຄື່ອນໄຫວຮ່ວມມືລະຫວ່າງອິນເດຍ ກັບບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV). ດ້ວຍຫົວຂໍ້ວ່າ “ເຊື່ອມໂຍງດ້ານເສດຖະກິດຜ່ານລະບົບມູນຄ່າ”, ກອງປະຊຸມໄດ້ດຶງດູດຜູ້ແທນມາຈາກອິນເດຍ ແລະ ບັນດາປະເທດ CLMV ເຂົ້າຮ່ວມເກືອບ 300 ຄົນ. ກອງປະຊຸມນີ້ໄດ້ສຸມໃສ່ໂຄສະນາຄວາມສາມາດບົ່ມຊ້ອນດ້ານຜະລິດຕະພັນກະເສດ, ຜະລິດຕະພັນກະສິກຳຂອງອິນເດຍ ແລະ ບັນດາປະເທດ CLMV; ເພີ່ມທະວີການເຊື່ອມຕໍ່ທາງບົກ, ທາງອາກາດ ແລະ ທາງທະເລ; ຊຸກຍູ້ການຮ່ວມມືດ້ານການບໍລິການ, ວິທະຍາສາດເຕັກໂນໂລຊີ…

        ບັນດາຂໍ້ມູນຂ່າວຈາກຄະນະຜູ້ແທນຫວຽດນາມ ແມ່ນໄດ້ແບ່ງປັນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການຮ່ວມມືກ່ຽວກັບເລື່ອງ ບໍລິສັດການບິນ Indigo (ອິນເດຍ) ເປີດສະຫຼອງສາຍການບິນໂດຍກົງລະຫວ່າງ Kolkata – Hanoi ໃນຕົ້ນເດືອນຕຸລາ 2019 ແລະ ແຜນການ Vietjet Air ເປີດສາຍການບິນຈາກຮ່າໂນ້ຍ, ນະຄອນໂຮ່ຈີມິນ ໄປ ນິວເດລີ ໃນເດືອນທັນວາຈະມາເຖິງ.

ຕອບກັບ