ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ

Chia sẻ
ທະນາຍຄວາມຜູ້​ຊ່ຽວຊານ​ຄົ້ນຄວ້າ​ຫົວໜ້າ​ຂະ​ແໜງ​ຂອງ​ບັນດາ​ມະຫາວິທະຍາ​​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ​ທີ່ມາ​ຈາກ​ອາ​ເມ​ລິ​ກາ, ສິງກະ​ໂປ, ຈີນ ຟີ​ລິບ​ປີນ
ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) -     ​​ແຕ່​ວັນ​ທີ 13 – 15/03, ພ້ອມ​ກັບ​ບັນດາ​ນັກຮຽນ​ຮູ້, ທະນາຍຄວາມຜູ້​ຊ່ຽວຊານ​ຄົ້ນຄວ້າ​ຫົວໜ້າ​ຂະ​ແໜງ​ຂອງ​ບັນດາ​ມະຫາວິທະຍາ​​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ​ທີ່ມາ​ຈາກ​ອາ​ເມ​ລິ​ກາ, ສິງກະ​ໂປ, ຈີນ ຟີ​ລິບ​ປີນ, ນັກຮຽນ​ຮູ້​ຫວຽດນາມ 2 ຄົນ ​ແມ່ນ​ທ່ານ​ນາງປະລິ​ຍາ​ເອກ ຫງວຽນ​ທິລານ​ແອງ, ຮອງ​ຫົວໜ້າ​ພະ​ແນ​ກ​ກົດ​ໝາຍສາກົນ, ສະຖານ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່າ, ຫົວໜ້າກົມ​ກົດໝາຍ ​ແລະ ສົນທິສັນຍາ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ, ​ໄດ​້​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ​ຕາ​ເວັນ​ອອກ: ປັດ​ໃຈ​ຕົ້ນ​ຕໍ່ຂອງ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ” ຢູ່​ນະຄອນ​ນິວຢອກ, ອາ​ເມ​ລິ​ກາ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່າ ຢືນຢັນ​ວ່າ, ຍາມ​ໃດຫວຽດນາມ ກໍ​ປາດ​ຖະໜາ​ຢາກ​ແກ້​ໄຂ​ການ​ພິດ​ພາດ​ກັນ​ດ້ວຍ​ສັນຕິ​ວິທີ, ບົນ​ຫຼັກການ​ເຄົາລົບ​ກົດໝາຍ​ສາກົນ ​ແລະ  ສົນທິສັນຍາສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS). ​ໂດຍ​ມີ​ທັດສະນະ​ດ່ຽວ​ກັບ​ກັບ​ນັກຮຽນ​ຮູ້​ຫວຽດນາມ, ສາດສະດາຈານ​ອາ​ເມ​ລິ​ກາ Jerome A.Cohen ​ມາ​ຈາກ​ມະຫາວິ​ທະ​ຍາ​ໄລ​ກົດໝາຍ ນິວຢອກ ​ໄດ້​ຖື​ວ່າ ການ​ພິດ​ພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ກ່ຽວຂ້ອງ​ເຖິງ​ກົດໝາຍ, ການ​ເມືອງ​ສາກົນ, ​ເພາະສະ​ນັ້ນ ຕ້ອງ​ນຳ​ໃຊ້​ກົດໝາຍ, ກົດ​ລະບຽບ​ສາກົນ​ເພື່ອ​ແກ້​ໄຂ. ສາດສະດາຈານ Robert Beckman, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ສິງກະ​​ໂປ ຖື​ວ່າ ຈີນ ຄວນ​​ເຄົາ​ລົບ​ກົ​ດໝາຍສາກົນ ​ເພື່ອ​ແກ້​ໄຂ​ບັນດາການ​ພິດ​ພາດ​ກັນໃນ​ປະຈຸ​ບັນ. ສ່ວນ​ທ່ານ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ຫາ Christopher Hill ຊີ້​ແຈ້ງວ່າ, ຈີນຈະ​ບໍ່​ມີ​ຜົນ​ເມື່ອ​​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶ່ງ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.