ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ວັ​ນ​ສາ​ກົນ​ປົກ​ປັກ​ຮັກ​ສາຊັ້ນ Ozon ປີ 2019

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນປົກປັກຮັກສາຊັ້ນ Ozon ສາກົນປີ 2019.
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ວັ​ນ​ສາ​ກົນ​ປົກ​ປັກ​ຮັກ​ສາຊັ້ນ Ozon ປີ 2019 - ảnh 1ພິທີສະເຫຼີມສະຫຼອງວັນປົກປັກຮັກສາຊັ້ນ Ozon ສາກົນປີ 2019

ຈົດໝາຍສະແດງຄວາມເຈດຈຳນົງ  Montreal ກ່ຽວກັບບັນດາທາດຜິດທີ່ເຮັດໃຫ້ຊັ້ນ Ozon ຖືກທຳລາຍ (ຂຶ້ນກັບສົນທິສັນຍາ Vienna ກ່ຽວກັບການປົກປັກຮັກສາ ຊັ້ນ Ozon) ເຊິ່ງໄດ້ຮັບການລົງນາມໃນປີ 1987 ຢູ່ Montreal, ປະເທດ ການາດາ, ໄດ້ຕີລາຄາວ່າແມ່ນໜຶ່ງໃນບັນດາສົນທິສັນຍາສາກົນກ່ຽວກັບສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດ.

        ຫວຽດນາມແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມສົນທິສັນຍາ Vienna ກ່ຽວກັບການປົກປັກຮັກສາຊັ້ນ Ozon ແລະ ຈົດໝາຍສະແດງຄວາມເຈດຈຳນົງ  Montreal ໄວກ່ວາໝູ່ເຊິ່ງນັບແຕ່ເດືອນມັງກອນ 1994. ທ່ານເລກົງແທັ່ງຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ໃນຕະຫຼອດ25 ປີທີ່ຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກຊັ້ນ Ozon, ປະຕິບັດສົນທິສັນຍາ Vienna, ຈົດໝາຍສະແດງຄວາມເຈດຈຳນົງ  Montreal ເປັນຢ່າງດີ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ໄດ້ຮັບການຮັບຮອງຈາກປະຊາຄົມສາກົນ.ໃນຂອບເຂດພິທີສະເຫຼີມສະຫຼອງວັນສາກົນປົກປັກຮັກສາຊັ້ນ Ozon ປີ 2019, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເລີ່ມເຄື່ອນໄຫວໂຄງການຄຸ້ມຄອງ, ລົບລ້າງບັນດາທາດ HCFC ຂອງ ຫວຽດນາມ ໄລຍະ II. ໂຄງການແມ່ນເພື່ອແນໃສ່ລົບລ້າງ ອັດຕາການນຳໃຊ້ພື້ນຖານບັນດາທາດ HCFC 32% ໃນປີ 2023.

ຕອບກັບ