ຫວຽດນາມປະຕິບັດຂໍ້ຕົກລົງກ່ຽວກັບການຄຸ້ມຄອງເຂດຊາຍແດນກັບກຳປູເຈຍຢ່າງເຂັ້ມງວດ

Chia sẻ
“ຫວຽດ​ນາມ ໄດ້​ເປັນ​ເອ​ກະ​ພາບ​ກັບ​ຝ່າຍ ກຳ​ປູ​ເຈຍ ຢຸດ​ຕິ​ການ​ເຄື່​ອນ​ໄຫວກໍ່​ສ້າງ​​ໂດຍ​ຊົ່ວ​ຄາວຢູ່​ບາງ​ສະ​ຖານ​ທີ່​​ຢູ່ເຂດ​ ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ”
ຫວຽດນາມປະຕິບັດຂໍ້ຕົກລົງກ່ຽວກັບການຄຸ້ມຄອງເຂດຊາຍແດນກັບກຳປູເຈຍຢ່າງເຂັ້ມງວດ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ
(ພາບ​ປະ​ກອບ)

(vovworld) – ວັນ​ທີ 16/7/2015, ເມື່ອ​ຕອບ​ສຳ​ພາດ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໂດຍ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ເລື່ອງ​ໄລ​ຍະ​ຜ່ານ​ມາ, ຝ່າຍ ກຳ​ປູ​ເຈຍ ຖື​ວ່າ “ຫວຽດ​ນາມ ໄດ້​ເປັນ​ເອ​ກະ​ພາບ​ກັບ​ຝ່າຍ ກຳ​ປູ​ເຈຍ ຢຸດ​ຕິ​ການ​ເຄື່​ອນ​ໄຫວກໍ່​ສ້າງ​​ໂດຍ​ຊົ່ວ​ຄາວຢູ່​ບາງ​ສະ​ຖານ​ທີ່​​ຢູ່ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ”, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ, ຊີ້​ແຈ້ງ​ວ່າ:

“ໃນ​ຈົດ​ໝາຍ​ທາງ​ການ​ສົ່ງ​ເຖິງກ​ະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ, ອົງ​ການ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເຂດ​ຊາ​ຍ​ແດນ ກຳ​ປູ​ເຈຍ ກໍຄື​ຢູ່ກອງ​ປະ​ຊຸມ 2 ປະ​ທານ​ຄະ​ນະ​ກຳ​ມ​ວາ​ທິ​ການ​ປະ​ສົມ​ກ່ຽວ​ກັບ​ການ​ປັກຫຼັກ​ໝາຍ​ຊາຍ​ແດນຢ​ູ່​ນະ​ຄອນຫຼວງພະ​ນົມ​ເປັນ​ແຕ່​ວັນ​ທີ 6 – 9/7 ຜ່ານ​ມາ, ຫວຽດ​ນາມ ລ້ວ​ນ​ແຕ່ຢັ້ງ​ຢືນ​ຢ່າງ​ຈະ​ແຈ້​ງວ່າ: ທຸກໆ​ກິດ​ຈະ​ກຳ ຂອງ ຫວຽດ​ນາມ ​ທີ່ກໍ່​ສ້າງ​ຢູ່​ເຂດ​ຊາຍ​ແດນ​ໃນ​ໄລ​ຍະ​ຜ່ານ​ມາ​ລ້ວນ​ແຕ່​ຖືກ​ດຳ​ເນີນ​​ໃນ​ເຂດ​ດິນ​ແດນ ​ໂດຍ ຫວຽດ​ນາມ ຄຸ້ມ​ຄອງ. ຂໍ້​ 8, ຖະ​ແຫຼງ​ຂ່າວ​ຮ່ວມ ຫວຽດ​ນາມ - ກຳ​ປູ​ເຈຍ ເມື່ອ​ວັນ​ທີ 17/1/1995 ກຳ​ນົດ​ວ່າ “2 ຝ່າຍ​ຕົກ​ລົງ, ໃນ​ຂະ​ນະ​ທີ່​ລໍ​ຖ້າ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ບັນ​ຫາ​ຊາ​ຍ​ແດນນັ້ນ, ​​ແມ່ນ​ຕ້ອງຮັກ​ສາ​ການ​ຄຸ້ມ​ຄອງ​ໃນ​ປະ​ຈຸ​ບັນ, ບໍ່​ປ່ຽນ​ແປງ, ຍົກ​ຍ້າ​ຍ​ບັນ​ດາ​ເສົາຫຼັກ​ໝາຍ​ຊາຍ​ແດນ, ສຶກ​ສາ​ອົບ​ຮົມ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ທຳ​ການ​ປູກ​ຝັງ, ຕັ້ງ​ເຮືອນ​ຜິດ​ພາດ ແລະ ພ້ອມ​ກັນ​ຮ່ວມ​ມື​ຮັກ​ສາ​ຄວາ​ມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ​້ອຍ​ເຂດ​ຊາຍ​ແດນ.” ຫວຽດ​ນາມ ໄດ້​ເຄົາ​ລົບ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດ​ນ​ໃນ​ວິ​ວັດ​ການ​ປັກຫຼັກ​ໝາຍ​ຊາຍ​ແດນລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ຢ່າງ​ເຂັ້ມ​ງວດ.

        ເພື່ອ​ສະ​ແດງ​ເຈດ​ຕ​ະ​ນາ​ດີ ແລະ ເພື່ອ​ແນ​ໃສ່​ສ້າ​ງ​ຄວາມ​ສະ​ດວກ​ໃຫ້​ແກ່​ວຽກ​ງານ​ປັກຫຼັກ​ໝາຍ​ຊາ​ຍ​ແດນ​ຊຶ່ງ​ພວມ​ຢູ່​ໃນໄລ​ຍະ​ສຳ​ຄັນ​ໃນ​ປະ​ຈຸ​ບັນ, ໃນ​ຈົດ​ໝາຍ​ທາງ​ການ​ເມື່ອ​ວັນ​ທີ 6/7/2015 ​ໂດຍຝາກ​ເຖິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່​ວມ​ມື​ສາ​ກົນ ກ​ຳ​ປູ​ເຈຍ ແລະ ຢູ່ກອງ​ປະ​ຊຸ​ມ 2 ປະ​ທານ​ຄະ​ນະ​ກຳ​ມ​ຍາ​ທິ​ການ​ປະ​ສົມ​ປັກຫຼັກ​ໝາຍ​ຊາຍ​ແດນ, ຫວຽດ​ນາມ ໄດ້​ສະ​ເໜີ​ຝ່າຍ ກຳ​ປູ​ເຈຍ ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ “ບໍ່​ກໍ່​ສ້າງ​ກິດ​ຈະ​ກຳ​ໃນ​​ບໍ​ລິ​ເວນ 100​ ແມັດ ນັບ​ແຕ່ເສັ້ນ​ຄຸ້ມ​ຄອງ​ຕົວ​ຈິງ​ຂອງ​ແຕ່​ລະ​ຝ່າຍ​ຢູ່​ບັນ​ດາ​ເຂດບໍ່​ທັນ​ໄດ້​ປັກຫຼັກ​ໝາຍ​ຊາຍ​ແດນ ຫຼື ບໍ່​ທັນ​ກໍ່​ສ້າງ​ສຳ​ເລັດຕາມ “ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປັບ​ປຸງ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ສຳ​ລັບ​ບໍ​ລິ​ເວນ​ຍັງ​ມີ​ການ​ຄົງ​ຄ້າງ​ລະ​ຫວ່າງ​ລັດ​ຖະ​ບານ ສ​ສ ຫວຽດ​ນາມ ແລະ ລັດ​ຖະ​ບານ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ” ເຊັນ​ວັນ​ທີ 23/4/2011 (MOU)”.

        ແຕ່​ເປັນ​ໜ້າ​ເສຍ​ດາຍ, ຝ່າຍ​ກຳ​ປູ​ເຈຍ ບໍ່​ຕອບ​ສະ​ໜອງ​ເຈດ​ຕະ​ນາ​ດີນັ້ນ​ຂອງ​ຝ່າຍ ຫວຽດ​ນາມ”.