ຫວຽດນາມຖືການພົວພັນກັບຈີນເປັນສຳຄັນ

Chia sẻ
ເນື່ອງ​ໃນ​ໂອກາດກອງ​ປະຊຸມ​​ໃຫ່ຍ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ ພັກ​ກອມ​ມູນິດ​ຈີນ​ ໄດ້​ຖືກໄຂຂຶ້ນຢ່າງ​ສົ​ມກຽດ​ຢູ່​ປັກ​ກີ​ງ-ປະ​ເທດ​ຈີນ, ຄະນະ​ບໍລິຫານ​ງານ​ສູງ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ກອງ​ປະຊຸມ​ໃຫ່ຍ
ຫວຽດນາມຖືການພົວພັນກັບຈີນເປັນສຳຄັນ - ảnh 1

(ພາບ:ອິນເຕີແນັດ)

(VOV)- ​ເນື່ອງ​ໃນ​ໂອກາດກອງ​ປະຊຸມ​​ໃຫ່ຍ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ ພັກ​ກອມ​ມູນິດ​ຈີນ​ ໄດ້​ຖືກໄຂຂຶ້ນຢ່າງ​ສົ​ມກຽດ​ຢູ່​ປັກ​ກີ​ງ-ປະ​ເທດ​ຈີນ, ຄະນະ​ບໍລິຫານ​ງານ​ສູນກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ກອງ​ປະຊຸມ​ໃຫ່ຍ. ​ເນື້ອໃນໂທລະ​ເລກ​ຊີ້​ແຈງ​ວ່າ: ຄະນະ​ບໍລິຫານ​ງານ​ສູງ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ມີ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຜົນງານອັນ​ໃຫ່ຍຫຼວງ​ຊື່​ງພັກ ​ແລ​ະ ປະຊາຊົນຈີນ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ ​ແລະ ​ເຊື່ອໝັ້ນຢ່າງ​ແນວ​ແນ່​ວ່າ ກອງ​ປະຊຸມ​​ໃຫ່ຍ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ ພັກ​ກອມ​ມູນິດ​ຈີນ​ ຈະ​ຍົກ​ອອກ​ບັນດາ​ລັດຖະນະ​ໂຍບາຍ​ສຳຄັນ​ຊຸກຍູ້​ພາລະກິດ​ການ​ກໍ່ສ້າງ​ລັດທິສັງຄົມ​ນິຍົມ​ພິເສດສະ​ເພາະ​ຂອງ​ຈີນ ​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາໃໝ່, ສ້າງ​ພື້ນຖານໝັ້ນຄົງ​ເພື່ອ​ໃຫ້​ປະຊາຊົນ​ຈີນ ປະຕິບັດຈຸດໝາຍ​ສ້າງ​ສັງຄົມ​ຮັ່ງມີ​ສຳ​ເລັດ​ຜົນ​​ໃນ​ປີ 2020. ​ໂທລະ​ເລກ​ອວຍພອນ​ກໍ່​ຢືນຢັນ​ວ່າ:  ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ໄດ້​ມີ​ການ​ພົວພັນຢ່າງ​ສະ​ໜິດ​ແໜ້ນ​ນັບ​ແຕ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ​ແລະ ຜ່ານ​ຜ່າ​ການ​ທ້າ​ທາຍ​ໃນໄລຍະ​ຍາວ​ນານ​ໃນ​ພາລະກິດ​ການ​ປະຕິວັດ​ຂອງ​ສອງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ແທດ​ມີ​ອາລົມ​ຈິດ​ຄວາມ​ຮັກ​ແພງ ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແຕ່​ດົນ​ນານ. ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ຖື​ການ​ພົວພັນ​ທັງ​ເປັນ​ສະຫາຍ ທັງ​ເປັນອ​້າຍນ້ອງກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນ ​ເປັນ​ສຳຄັນ​ຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ.