ຫວຽດ​ນາມ​ຄິດ​ໄລ່​ຊັ່ງ​ຊາຈຸດ​ເວ​ລາ​ເປີດ​ປະ​ຕູ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ຫວຸດຶກດາມ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເປັນປະທານກອງປະຊຸມກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດ ໃນໄລຍະປັດຈຸບັນ.
ຫວຽດ​ນາມ​ຄິດ​ໄລ່​ຊັ່ງ​ຊາຈຸດ​ເວ​ລາ​ເປີດ​ປະ​ຕູ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ - ảnh 1ພາບປະກອບ 

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາວຽກງານຄຸ້ມຄອງ, ແຍກຕົວບັນດານັກຊ່ຽວຊານຕ່າງປະເທດ, ບັນດານັກຮຽນ, ນັກສຶກສາຕ່າງປະເທດ, ໃນນັ້ນພິເສດແມ່ນ ບັນຫາເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ ເມື່ອມີເງື່ອນໄຂຄົບຖ້ວນ ກໍ່ໄດ້ນຳມາປຶກສາຫາລື.

ກ່ຽວກັບວຽກງານແຍກຕົວ, ທ່ານຫງວຽນແທັງລອງຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ທາງກະຊວງໄດ້ປະະກາດໃຊ້ຄຳແນະນຳຕໍ່ກັບບັນດາທ້ອງຖິ່ນ, ກົມກອງທີ່ຮັບນັກຊ່ຽວຊານມາຫວຽດນາມແລ້ວ.

ເມື່ອປຶກສາຫາລືກ່ຽວກັບວິທີກະຕຸ້ນການທ່ອງທ່ຽວ, ນັກຊ່ຽວຊານດ້ານການທ່ອງທ່ຽວບາງທ່ານກໍ່ສະເໜີໃຫ້ເປີດປະຕູການທ່ອງທ່ຽວສາກົນ, ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກໃນຄະນະຊີ້ນຳກໍ່ໄດ້ເປັນເອກະພາບວ່າ, ກ່ອນອື່ນໝົດ ຫວຽດນາມຍັງບໍ່ທັນເປີດປະຕູທ່ອງທ່ຽວສາກົນ; ພຽງແຕ່ເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນກັບພົນລະເມືອງຂອງບັນດາປະເທດໃນຮອບເວລາທີ່ບໍ່ມີຜູ້ຕິດພະຍາດ Covid – 19 ຢ່າງໜ້ອຍສຸດແມ່ນ 30 ວັນ.

ຕອບກັບ