ຫວຽດນາມ ແລະ ໄທ ຮ່ວມມມືດ້ານເສດຖະກິດ ເພື່ອຮັບມືກັບໂລກລະບາດໂຄວິດ-19

Chia sẻ
(VOVWORLD) -ທີ່ການປະຊຸມສຳມະນາ, ບັນດານັກຊ່ຽວຊານດ້ານເສດຖະກິດ, ບັນດາວິສາຫະກິດຂອງ 2 ປະເທດ ໄດ້ແບ່ງປັນຫຼາຍມາດຕະການທີ່ໄດ້ ແລະ ພວມປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຮັກສາການຜະລິດ ໃນສະພາບເກີດໂລກລະບາດ
ຫວຽດນາມ ແລະ ໄທ ຮ່ວມມມືດ້ານເສດຖະກິດ ເພື່ອຮັບມືກັບໂລກລະບາດໂຄວິດ-19 - ảnh 1ການປະຊຸມສົນທະນາ
(ພາບ: TTXVN)

ວັນທີ 23 ກັນຍາ, ສະຖານທູດ ຫວຽດນາມ ປະຈຳໄທ ໄດ້ສົມທົບກັບສະຖານທູດ ໄທ ປະຈຳຮ່າໂນ້ຍ ຮ່ວມຈັດການປະຊຸມສົນທະນາ “ຮ່ວມມືເສດຖະກິດຫວຽດນາມ-ໄທ ຮັບມືກັບໂລກລະບາດໂຄວິດ-19”.

ທີ່ການປະຊຸມສຳມະນາ, ບັນດານັກຊ່ຽວຊານດ້ານເສດຖະກິດ, ບັນດາວິສາຫະກິດຂອງ 2 ປະເທດ ໄດ້ແບ່ງປັນຫຼາຍມາດຕະການທີ່ໄດ້ ແລະ ພວມປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຮັກສາການຜະລິດ ໃນສະພາບເກີດໂລກລະບາດ, ພ້ອມທັງຍົກອອກບັນດາຂໍ້ສະເໜີແນະຢ່າງແທດຈິງ ຕໍ່ລັດຖະບານຂອງ 2 ປະເທດ ແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ຮັບປະກັນລະບົບສະໜອງ. ບັນດາວິສາຫະກິດສະເໜີໃຫ້ລັດຖະບານ 2 ປະເທດຈົ່ງມີທິດທາງເປີດປະຕູໂດຍໄວ, ວາງອອກບັນດາມາດຕະການສະເໝີຕົ້ນສະເໝີປາຍຢ່າງທັນການ ເພື່ອໃຫ້ວິສາຫະກິດມີການກະກຽມເປັນຢ່າງດີ, ແກ້ໄຂສະພາບຂາດຜູ້ອອກແຮງງານ, ຫຼຸດຜ່ອນກຳລັງການຜະລິດ, ການຂົນສົ່ງຖືກຕັດຕອນ ແລະ logistics… ບັນດາວິສາຫະກິດສະແດງຄວາມປາດຖະໜາ ຢາກສືບຕໍ່ຮ່ວມມືພ້ອມກັບລັດຖະບານຫວຽດນາມ ໃນການຄວບຄຸມໂລກລະບາດ, ຟື້ນຟູເສດຖະກິດ.

ຕອບກັບ