ຫວຽດ​ນາມ ແລະ ເມັກ​ຊີ​ໂກ​ ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄ​ັ້ງ​ທີ 5

Chia sẻ
(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດ ເມັກຊີໂກ, ຄະນະຜູ້ແທນກະຊວງການຕ່າງປະເທດ ສສ.ຫວຽດນາມໂດຍທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນຳໜ້າໄດ້ໄປຢ້ຽມຢາມ ເມັກຊີໂກຢ່າງເປັນທາງການໃນລະຫວ່າງວັນທີ 15 – 18 ກັນຍາ.
ຫວຽດ​ນາມ ແລະ ເມັກ​ຊີ​ໂກ​ ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄ​ັ້ງ​ທີ 5 - ảnh 1ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດແລະ ທ່ານ Julian Ventura Valero ຮອງລັດຖະມົນຕີກະຊວງການຕ່າງປະເທດ ເມັກຊີໂກ (ພາບ: TTXVN)

ວັນທີ 17 ກັນຍາ, ຢູ່ນະຄອນຫຼວງເມັກຊີໂກ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດພ້ອມກັບທ່ານ Julian Ventura Valero ຮອງລັດຖະມົນຕີກະຊວງການຕ່າງປະເທດ ເມັກຊີໂກ ພ້ອມດ້ວຍຄະນະຜູ້ແທນຂອງສອງປະເທດດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດ.

        ທີ່ການປຶກສາຫາລືດ້ານການເມືອງ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ບັນດາບັນຫາໃນພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະສອງຝ່າຍ, ປຶກສາຫາລືການສ້າງຂອບເຂດທີ່ເໝາະສົມເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືທີ່ພວມມີການພັດທະນາຢ່າງແຮງໃຫ້ຫຼາຍກ່ວາອີກ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພິເສດແມ່ນກົນໄກຄະນະກຳມະການປະສົມກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ, ເສີມຂະຫຍາຍຜົນສັກສິດຂອງສົນທິສັນຍາຄູ່ຮ່ວມມືຢ່າງຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງ ຫວຽດນາມ ແລະ ເມັກຊີໂກເປັນສະມາຊິກ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ, ການພົວພັນແລກປ່ຽນຂັ້ນປະຊາຊົນມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ເມັກຊີໂກ (19 ພຶດສະພາ 1975 - 2020).

        ໃນຂອບເຂດການຢ້ຽມຢາມ, ທ່ານ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານ Cora Cecilia Pinedo Alonso ປະທານກຳມາການການຕ່າງປະເທດ ອາຊີ - ປາຊີຟິກ ແລະ ອາຟະລິກາ ຂອງ ສະພາສູງເມັກຊີໂກ, ທ່ານ Alfredo Femat Banuelos ຫົວໜ້າກຳມາທິການການຕ່າງປະເທດສາກົນສະພາຕ່ຳ, ທັງເປັນປະທານກຸ່ມສະມາຊິກລັດຖະສະພາມິດຕະພາບກັບ ຫວຽດນາມ…

ຕອບກັບ