ຫວຽດນາມ ແລະ ອາເມລິກາ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວສອງຝ່າຍ

Chia sẻ
(VOVWORLD) -ຫວຽດນາມ ຈະສືບຕໍ່ຮັບມືກັບບັນດາສິ່ງທ້າທາຍ, ໃນນັ້ນມີ ໂລກລະບາດ COVID-19 ຢ່າງມີປະສິດທິຜົນ.
ຫວຽດນາມ ແລະ ອາເມລິກາ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວສອງຝ່າຍ - ảnh 1ທ່ານ ຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕ້ອນຮັບທ່ານ Alex Feldman ປະທານສະພາທຸລະກິດ ອາເມລິກາ - ອາຊຽນ (ພາບ: TTXVN)

ທີ່ການພົບປະກັບທ່ານ ຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໃນວັນທີ 25 ກຸມພາ, ທ່ານ Alex Feldman ປະທານສະພາທຸລະກິດ ອາເມລິກາ - ອາຊຽນ (USABC) ໃຫ້ຮູ້ວ່າ ຄະນະຜູ້ແທນວິສາຫະກິດ ອາເມລິກາ ດ້ວຍ 40 ກ່ວາສະມາຊິກຈະຜັນຂະຫຍາຍໂຄງການສົ່ງເສີມການລົງທຶນຢູ່ ຫວຽດນາມ ໃນລະຫວ່າງວັນທີ 03-06 ມີນາ. ຜ່ານການຢ້ຽມຢາມ, USABC ຢັ້ງຢືນວ່າ ຈະສືບຕໍ່ສ້າງຄວາມເຊື່ອໝັ້ນຕໍ່ກາລະໂອກາດຮ່ວມມື, ລົງທຶນຢູ່ ຫວຽດນາມ ແລະ ມີບັນດາປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (1995-2020) ແລະ ປີເປັນປະທານ ອາຊຽນ ຂອງ ຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນທີ 24 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ສົມທົບກັບຄະນະຜູ້ແທນກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຮັດວຽກກັບການນຳ ກະຊວງກະສິກຳ ອາເມລິກາ ແລະ ຫ້ອງການຕາງໜ້າການຄ້າຂອງ ອາເມລິກາ ເພື່ອແນໃສ່ຊຸກຍູ້ການຮ່ວມມືການຄ້າກະສິກຳລະຫວ່າງສອງປະເທດ. ຄຽງຄູ່ກັນການຊອກຫາໂອກາດເຊັນບັນດາຂໍ້ຕົກລົງກັນຊື້ຜະລິດຕະພັນກະເສດຂອງ ອາເມລິກາ ຕື່ມອີກ ຄື ຊີ້ນໝູ, ໝາກຖົ່ວເຫຼືອງ, ສາລີ…ຄະນະຜູ້ແທນ ຫວຽດນາມສະໜີໃຫ້ຝ່າຍ ອາເມລິກາ ສ້າງເງື່ອນໄຂກ່ວາອີກໃຫ້ປະເພດສິນຄ້າກະສິກຳຂອງ ຫວຽດນາມ ໄດ້ເຂົ້າໄປຍັງທ້ອງຕະຫຼາດ ອາເມລິກາຄື ໝາກສົ້ມໂອ, ໝາກມ່ວງ, ໝາກລິ້ນຈີ່ ແລະ ຮັບຮອງເອົາຮາກຖານການສ່ອງລັງສີຢູ່ພາກເໜືອໂດຍໄວ.

ໃນບັນດາການພົບປະ, ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຮັບມືກັບບັນດາສິ່ງທ້າທາຍ, ໃນນັ້ນມີ ໂລກລະບາດ COVID-19 ຢ່າງມີປະສິດທິຜົນ.

ຕອບກັບ