ຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມສ້າງການພົວພັນເປັນແບບຢ່າງ

Chia sẻ
(VOVWORLD) - ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ນັບມື້ນັບພັດທະນາໃນຫລາຍຂົງເຂດ. 

“ຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມສ້າງການພົວພັນເປັນແບບຢ່າງ”, ນັ້ນແມ່ນຂໍ້ສັງເກດຂອງທ່ານ Grigory Trophimchuk, ປະທານກອງທຶນຄົ້ນຄວ້າແນວຄວາມຄິດ ອາຊີ - ເອີຣົບ, ນັກຊ່ຽວຊານວິຈານດ້ານການເມືອງໃນຫລາຍພາຫະນະສື່ມວນຊົນທາງການຂອງ ລັດເຊຍ, ຜູ້ທີ່ມີການຕິດຕາມພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມາເປັນເວລາຫລາຍປີເວົ້າລວມ, ຫວຽດນາມ ເວົ້າສະເພາະ. ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ, ທ່ານ Grigory Trophimchuk ໄດ້ແບ່ງປັນກ່ຽວກັບບັນດາແງ່ມູມ ທີ່ໄດ້ຮັບຄວາມສົນໃຈໃນການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

ຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມສ້າງການພົວພັນເປັນແບບຢ່າງ - ảnh 1 ທ່ານ Grigory Trophimchuk (ພາບ: TTXVN)

        ຕີລາຄາກ່ຽວກັບຜົນງານພົ້ນເດັ່ນໃນການພົວພັນ 2 ຝ່າຍ, ນັກຊ່ຽວຊານ Grigory Trophimchuk ຖືວ່າ: ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງສະຫະພັນ ລັດເຊຍ. ຫວຽດນາມ ແມ່ນປະເທດທຳອິດທີ່ເຊັນສັນຍາການຄ້າເສລີກັບສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ນັບແຕ່ຈຸດເວລາທີ່ສະຫະພັນຫາກໍ່ເລີ່ມຕົ້ນເຄື່ອນໄຫວ. ຕາມທ່ານ Grigory Trophimchuk ແລ້ວ, ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນຂອບເຂດ EAEU ບໍ່ແມ່ນແນໃສ່ເປົ້າໝາຍແກ່ງແຍ້ງກັນ ແຕ່ຫາກແມ່ນການສ້າງຮູບຮ່າງການພົວພັນ ອາດຈະກາຍເປັນແບບຢ່າງໃຫ້ແກ່ບັນດາປະເທດອື່ນ.

        ທ່ານ Grigory Trophimchuk ໃຫ້ຂ້ໍສັງເກດວ່າ: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ນັບມື້ນັບພັດທະນາໃນຫລາຍຂົງເຂດ. ເປັນນັກຊ່ຽວຊານດ້ານການເມືອງ ດ້ວຍປະສົບການແມ່ນໃນຫລາຍປີ, ທ່ານຕີລາຄາວ່າ ຫວຽດນາມ ພວມມີບົດບາດນັບມື້ນັບສູງຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ. ໃນວົງການນັກຊ່ຽວຊານວິຈານດ້ານການເມືອງ, ເມື່ອເວົ້າເຖິງອາຊີຕາເວັນອອກສ່ຽງໃຕ້ແຕ່ລະເທື່ອ ຫວຽດນາມ ຍາມໃດກໍ່ຢືນຢູ່ແຖວໜ້າ.

ຕອບກັບ