ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ

Chia sẻ
(VOVWORLD) -ໂດຍຮັບຄຳເຊີນຂອງພົນໂທ ວິໄລຫລ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ວັນທີ 10 ກຸມພາ, ຄະນະຜູ້ແທນຂັ້ນສູງໂດຍພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ, ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ - ảnh 1 ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານພົນເອກ ໂຕເລີມ

ຕອນບ່າຍ ວັນທີ 10 ກຸມພາ, ທີ່ການຕ້ອນຮັບທ່ານພົນເອກ ໂຕເລີມ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ກັບ ກະຊວງປ້ອງກັນຄວາມສະຫງົບ ລາວ, ເປັນຕົ້ນແມ່ນໃນຂົງເຂດຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳ; ບຳລຸງສ້າງ, ບຳລຸງພະນັກງານ. ສ່ວນ ທ່ານລັດຖະມົນຕີ ໂຕເລີມ ສະເໜີຝ່າຍ ລາວ ປະສານສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ  ເພື່ອປະຕິບັດສຳເລັດພາລະໜ້າທີ່ອັນສຳຄັນໃນປີເປັນປະທານ ອາຊຽນ, AIPA ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫລ້າຄຳຟອງ ກໍ່ໄດ້ມີການພົບປະເຈລະຈານຳກັນ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນປີ 2020. ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີທັງສອງທ່ານກໍ່ໄດ້ລົງນາມໃນແຜນການຜັນຂະຫຍາຍສົນທິສັນຍາການຮ່ວມມືລະຫວ່າງສອງກະຊວງໃນປີ 2020.

ຕອບກັບ