ຫວຽດນາມ ແລະ ມາຣົກ ລົງນາມໃນເອກະສານຮ່ວມມືຫຼາຍສະບັບ

Chia sẻ
(VOVWORLD) - ບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະ ມາຣົກ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຫຼາຍສະບັບ
ຫວຽດນາມ ແລະ ມາຣົກ ລົງນາມໃນເອກະສານຮ່ວມມືຫຼາຍສະບັບ - ảnh 1ພິທີລົງນາມເອກະສານລະຫວ່າງ ຫວຽດນາມ ແລະ ມາຣົກ

ໃນຂອບເຂດການຢ້ຽມຢາມລາຊະອານາຈັກມາຣົກ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຕອນບ່າຍວັນທີ 28 ມີນາ  (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ Rabat, ປະເທດມາຣົກ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະ ມາຣົກ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຫຼາຍສະບັບຄື:

ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືກ່ຽວກັບສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ ລະຫວ່າງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ກັບ ກະຊວງພະລັງງານ, ບໍ່ແຮ່ ແລະ ພັດທະນາແບບຍືນຍົງຂອງ ມາຣົກ.  

ບົດບັນທຶກຊ່ວຍຈໍາວ່າດ້ວຍການສ້າງຕັ້ງອະນຸກໍາມະການຮ່ວມມື ກ່ຽວກັບດ້ານການຄ້າ ແລະ ອຸດສາຫະກໍາ ແລະ ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ-ການຄ້າຫວຽດນາມ ກັບ ກະຊວງອຸດສາຫະກໍາ, ລົງທຶນ, ການຄ້າ ແລະ ເສດຖະກິດດີີຈີຕອນ ມາຣົກ.

ບົດບັນທຶກຊ່ວຍຈໍາວ່າດ້ວຍການສ້າງຕັ້ງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ນະຄອນດ່າໜັງຂອງຫວຽດນາມ ແລະ ສະພານະຄອນ Tangier ຂອງ ມາຣົກ.


ຕອບກັບ