ຫວຽດ​ນາມ ແລະ EU ລົງ​ນາມ​ສັນ​ຍາ FPA

Chia sẻ
(VOVWORLD) -ສັນຍາ FPA ສະບັນນີ້ແມ່ນສັນຍາແມ່ ເຊິ່ງແນໃສ່ການສ້າງສາຍພົວພັນຮ່ວມມື, ສະແດງຄຳໝັ້ນສັນຍາດ້ານການເມືອງ, ສ້າງພື້ນຖານໃຫ້ແກ່ການລົງນາມບັນດາຂໍ້ຕົກລົງຜັນຂະຫຍາຍການຮ່ວມມືລະອຽດຢູ່ບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ.
ຫວຽດ​ນາມ ແລະ EU ລົງ​ນາມ​ສັນ​ຍາ FPA - ảnh 1ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບລົງນາມໃນສັນຍາ FPA (ພາບ: TTXVN)

ວັນທີ 17 ຕຸລາ, ທີ່ Brussels (ແບນຊິກ), ເນື່ອງໃນໂອກາດທີ່ພາຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມໄປຢ້ຽມຢາມສະຫະພາບເອີລົບ (EU) ໂດຍການຮັບມອບໝາຍຈາກທາ່ນນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ,ທ່ານພົນເອກໂງຊວັນລິກ, ກຳມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ລົງນາມສັນຍາລະຫວ່າງລັດຖະບານແຫ່ງ ສສ,ຫວຽດນາມ ແລະ ສະຫະພາບເອີລົບ(EU) ກ່ຽວກັບການສ້າງຂອບເຂດເຂົ້າຮ່ວມຂອງຫວຽດນາມເຂົ້າໃນການເຄື່ອນໄຫວຄຸ້ມຄອງວິກິດການຂອງສະຫະພາບເອີລົບ (FPA).

ສັນຍາ FPA ສະບັນນີ້ແມ່ນສັນຍາແມ່ ເຊິ່ງແນໃສ່ການສ້າງສາຍພົວພັນຮ່ວມມື, ສະແດງຄຳໝັ້ນສັນຍາດ້ານການເມືອງ, ສ້າງພື້ນຖານໃຫ້ແກ່ການລົງນາມບັນດາຂໍ້ຕົກລົງຜັນຂະຫຍາຍການຮ່ວມມືລະອຽດຢູ່ບັນດາເນື້ອໃນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ. ສັນຍາດັ່ງກ່າວໄດ້ເປີດທາງເພື່ອໃຫ້ຫວຽດນາມ ສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງວິກິດການທີ່ມີລັກສະນະມະນຸດສະທຳ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດແລະກົດໝາຍສາກົນ; ໃນນັ້ນ, ຫຼັກການທີ່ສຳຄັນທີ່ສຸດແມ່ນມີສິດໃນການເລືອກເຟ້ັນຂົງເຂດ, ລະດັບການເຂົ້າຮ່ວມທີ່ເໝາະສົມກັບນະໂຍບາຍການຕ່າງປະເທດ, ຄວາມຕ້ອງການແລະຄວາມສາມາດຂອງຕົນ. ສຳລັບ EU ແລ້ວ, ການລົງນາມສັນຍາ FPA, ແມ່ນການຊຸກຍູ້ການຮ່ວມມືກັບຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ສະຫະພາບ EU ໃນການເພີ່ມທະວີການຮ່ວມມືກັບພາກພື້ນອາຊີປາຊີຟິກ.

ພາຍຫຼັງ ພິທີລົງນາມສັນຍາ FPA, ທ່ານພົນເອກໂງຊວັນລິກໄດ້ພົບປະແລກປ່ຽນຄຳຄິດເຫັນກັບ ທ່ານນາງ Federica Mogherini ຮອງປະທານຄະນະກຳມະການເອີລົບ. ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນເມື່ອສັນຍາFPAໄດ້ລົງນາມແລະຢັ້ງຢືນວ່າ: ຈະຕັດສິນໃຈຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ. ທ່ານພົນເອກໂງຊວັນລິກແລະທ່ານນາງ Federica Mogherini  ເຫັນດີເປັນເອກະພາບຜັນຂະຫຍາຍບັນດາຂົງເຂດການຮ່ວມມືທີ່ຫວຽດນາມເລືອກເຂົ້າຮ່ວມໃນຂອບເຂດ FPA ໂດຍໄວ.

ຕອບກັບ