ຫວຽດນາມ ​ແມ່ນ​​ແບບຢ່າງ​ທີ່ໜ້າຮໍ່າຮຽນຕາມ​ກ່ຽວກັບ​ການ​ຕ້ານ​ໂລກລະບາດ​ໂຄ​ວິ​ດ - 19

Chia sẻ
(VOVWORLD) -ອາດຈະຖືຫວຽດນາມແມ່ນແບບຢ່າງທີ່ໜ້າຮໍ່າຮຽນຕາມ ສໍາລັບບັນດາປະເທດອື່ນໆທີ່ມີລາຍຮັບຕໍ່າ ໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19. 
ຫວຽດນາມ ​ແມ່ນ​​ແບບຢ່າງ​ທີ່ໜ້າຮໍ່າຮຽນຕາມ​ກ່ຽວກັບ​ການ​ຕ້ານ​ໂລກລະບາດ​ໂຄ​ວິ​ດ - 19 - ảnh 1ພະລາກອນການແພດ ສູນຄວບຄຸມພະຍາດຕິດແປດນະຄອນຮ່າໂນ້ຍ ເອົາຕົວຢ່າງວິໄຈຫາເຊື້ອໄວຣັດ SARS - CoV - 2 (ພາບ:  TTXVN)

        ໃນເວັບໄຊ gavi.org ຂອງ ສະຫະພັນທົ່ວໂລກກ່ຽວກັບວັກຊີນ ແລະ ການສັກຢາ (GAVI) ຫາກໍມີບົດວິໄຈກ່ຽວກັບບັນດາເຫດຜົນທີ່ຊ່ວຍໃຫ້ຫວຽດນາມຄວບຄຸມໂລກລະບາດໂຄວິດ - 19  ໄດ້ສໍາເລັດ. ຕາມ GAVI ແລ້ວ, ອາດຈະຖືຫວຽດນາມແມ່ນແບບຢ່າງທີ່ໜ້າຮໍ່າຮຽນຕາມ ສໍາລັບບັນດາປະເທດອື່ນໆທີ່ມີລາຍຮັບຕໍ່າ ໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19.  ບົດວິໄຈດັ່ງກ່າວໄດ້ຕີລາຄາສູງບົດບາດຂອງການປຸກລະດົມແຫຼ່ງກໍາລັງຢ່າງໄວວາຂອງຫວຽດນາມ ເຊັ່ນບັນດານັກຊ່ຽວຊານດ້ານສາທາລະນະສຸກ, ຕໍາຫຼວດ, ກອງທັບ ແລະ ບັນດາພາລະກອນ ທີ່ໄດ້ມານະພະຍາຍາມສືບຫາເຊື້ອໄວຣັດ.

        ສ່ວນໜັງສືພິມລາຍວັນທີ່ມີຊື່ສຽງຂອງ ການາດາ - The Glode and Mail, ໃນວັນທີ 27 ພຶດສະພາ, ກໍ່ໄດ້ມີບົດຂຽນ ຖືວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມເປັນສໍາຄັນ. ບົດຂຽນດັ່ງກ່າວ ໄດ້ຖືວ່າ ຫວຽດນາມ ໄດ້ວາງມາດຕະຖານໃຫ້ແກ່ການຕ້ານໂລກລະບາດໂຄວິດ - 19  ໂດຍບໍ່ມີກໍລະນີເສຍຊີວິດຢູ່ປະເທດນີ້. ບົດຂຽນກໍໄດ້ເຕື້ອງເຖິງກໍລະນີຄົນເຈັບຜູ້ທີີ 91 ເຊິ່ງປັດຈຸບັນພວມປ່ິນປົ່ວຢູ່ນະຄອນໂຮ່ຈີມິນ ແລະ ໃຫ້ຮູ້ວ່າ ການກອບກູ້ເອົາຊີວິດຂອງຄົນເຈັບຜູ້ນີ້ ໄດ້ກາຍເປັນບຸລິມະສິດແຫ່ງຊາດຂອງຫວຽດນາມ./.

ນັກຂ່າວ VOV ປະຈໍາ ອາເມລິກາ

 

 

 

 

ຕອບກັບ