ຫວຽດນາມ ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນຕ້ານອາດຊະຍາກຳ

Chia sẻ
(VOVWORLD) - ກອງປະຊຸມຜູ້ບັນຊາການຕຳຫລວດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEANAPOL) ຄັ້ງທີ 39 ໄດ້ອັດລົງໃນຕອນບ່າຍວັນທີ 19 ກັນຍາ ຢູ່ ຮ່າໂນ້ຍ. 
ຫວຽດນາມ ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນຕ້ານອາດຊະຍາກຳ - ảnh 1 ພິທີອັດກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ຜູ້ບັນຊາການຕຳຫລວດ 10 ປະເທດ ອາຊຽນ ໄດ້ລົງນາມໃນແຈ້ງການຮ່ວມຢັ້ງຢືນບັນດາເນື້ອໃນການຮ່ວມມື ເຊິ່ງ ASEANAPOL ຈະສຸມໃສ່ປະຕິບັດໃນປີ 2020. ກ່າວຄຳເຫັນທີ່ວາລະອັດ, ທ່ານພົນຕີ ເຈິ່ນວັນເວ້, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໃຫ້ຮູ້ວ່າ:

        “ດ້ວຍບົດບາດເປັນປະທານກອງປະຊຸມ ASEANAPOL 39, ກຳລັງຕຳຫລວດ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມທະວີການຮ່ວມມືໃນການປ້ອງກັນຕ້ານອາດຊະຍາກຳລະຫວ່າງບັນດາປະເທດສະມາຊິກ ASEANAPOL ກໍ່ຄືກັບບັນດາຄູ່ຮ່ວມມື, ຜູ້ສັງເກດການຂອງ ASEANAPOL ຢ່າງມີປະສິດທິຜົນກ່ວາອີກ.

        ກອງປະຊຸມ ASEANAPOL ດຳເນີນໃນລະຫວ່າງວັນທີ 17 – 19 ກັນຍາ, ການເຂົ້າຮ່ວມຂອງຜູ້ແທນ 300 ທ່ານທີ່ມາຈາກບັນດາປະເທດສະມາຊິກ ອາຊຽນ ແລະ ຜູ້ແທນຂອງ 10 ປະເທດຄູ່ຮ່ວມມື, ຄູ່ເຈລະຈາ ແລະ ຜູ້ແທນຂອງ 6 ປະເທດສັງເກດການ. ກອງປະຊຸມແນໃສ່ເປົ້າໝາຍສືບຕໍ່ຮ່ວມມືໃນການປ້ອງກັນຕ້ານບັນດາອາດຊະຍາກຳທີ່ເກີດຂື້ນໃນພາກພື້ນ.

ຕອບກັບ