ຫວຽດ​ນາມ ເປັນ​ຈຸດ​ນັດ​ພົບ​ທີ່​ໂດດເດັ່ນ​ທີ່​ສຸດ​ກ່ຽ​ວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດຢ່າງວ່ອງ​ໄວ ແລະ ມີ​ສະ​ຖຽນ​ລະ​ພາ​ບ

Chia sẻ
(VOVWORLD) -ໂດຍອີງໃສ່ການໄຈ້ແຍກກ່ຽວກັບການພັດທະນາໃນໄລຍະຍາວຂອງ ຫວຽດນາມ, ທ່ານ Mazyrin ຢັ້ງຢືນວ່າ ຮອດທ້າຍປີ 2019, GDP ຂອງ ຫວຽດນາມ ຈະເຕີບໂຕຢູ່ໃນລະດັບສູງກ່ວາ 7%.
ຫວຽດ​ນາມ ເປັນ​ຈຸດ​ນັດ​ພົບ​ທີ່​ໂດດເດັ່ນ​ທີ່​ສຸດ​ກ່ຽ​ວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດຢ່າງວ່ອງ​ໄວ ແລະ ມີ​ສະ​ຖຽນ​ລະ​ພາ​ບ - ảnh 1 ຫວຽດນາມມີເຕີບໂຕເສດຖະກິດ ຢ່າງວ່ອງໄວ ແລະ ມີສະຖຽນລະພາບ (ພາບ: TTXVN)

ໃນສະພາບການເສດຖະກິດໂລກພວມຢູ່ໃນທ່າຫຼຸດລະດັບການເຕີບໂຕ ແລະ ມີຄວາມສ່ຽວອາດຈະເກີດວິກິດການດ້ານການເງິນ ແລະ ເສດຖະກິດໃໝ່ພາຍໃນ 1, 2 ປີຈະມາເຖິງນີ້, ແຕ່ຫວຽດນາມຍັງຄົງແມ່ນຈຸດນັດພົບທີ່ໂດດເດັ່ນທີ່ສຸດ ສະແດງໃຫ້ເຫັນລະດັບການເຕີບໂຕເສດຖະກິດ ຢ່າງວ່ອງໄວ ແລະ ມີສະຖຽນລະພາບ. ນີ້ແມ່ນຂໍ້ສັງເກດຂອງທ່ານ Vladimir Mazyrin ຫົວໜ້າສູນຄົ້ນຄ້ວາຫວຽດນາມ ແລະ ອາຊຽນຂອງສະຖາບັນບັນດາ ຕາເວັນອອກໄກ ຂຶ້ນກັບສະພາມະຫາບັນດິດ ລັດເຊຍ. ເມື່ອຕອບສຳພາດຕໍ່ນັກຂ່າວຂອງໜັງສືພິມ Sputnik, ທ່ານ Mazyrin ຖືວ່າ ຫວຽດນາມ ກໍ່ແມ່ນແບບຢ່າງທີ່ດີໃຫ້ແກ່ຫຼາຍປະເທດໃນໂລກ, ເປັນປະເທດທີ່ມີ ສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ຄ່າເງິນຕາແຫ່ງຊາດເປັນປົກກະຕິ. ທ່ານ Mazyrin ໃຫ້ຂໍ້ສັງເກດວ່າ ປັດໄຈຕົ້ນຕໍທີ່ເຮັດໃຫ້ເສດຖະກິດ ຫວຽດນາມ ມີການເຕີບໂຕຢ່າງປະທັບໃຈ ແມ່ນນະໂຍບາຍຂອງ ຫວຽດນາມຮັບປະກັນໄດ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ໜູນຊ່ວຍວິສາຫະກິດ, ທັງຂະໜາດກາງ ແລະ ນ້ອຍ. ບັນດາປັດໄຈຊຸກຍູ້ບາດກ້າວກະໂດດຂັ້ນຢ່າງປະທັບໃຈ ຂອງ ຫວຽດນາມ ໃນຕາຕະລາງຈັດອັນດັບຄວາມສາມາດໃນການແກ້ງແຍ່ງທີ່ໂລກນັ້ນ ຍັງມີກຳລັງໜູນດ້ານການເມືອງອີກດ້ວຍ. ໂດຍອີງໃສ່ການໄຈ້ແຍກກ່ຽວກັບການພັດທະນາໃນໄລຍະຍາວຂອງ ຫວຽດນາມ, ທ່ານ Mazyrin ຢັ້ງຢືນວ່າ ຮອດທ້າຍປີ 2019, GDP ຂອງ ຫວຽດນາມ ຈະເຕີບໂຕຢູ່ໃນລະດັບສູງກ່ວາ 7%.

ຕອບກັບ