ຫວຽດ​ນາມ ເດັດ​ຂາດ​ບໍ່​ປະ​ໃຫ້​ພະ​ຍາດ Covid – 19 ​ລະ​ບາດຮອບ 2

Chia sẻ
(VOVWORLD) -ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ປະກາດ ບົດສະຫຼຸບ ຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມຫວ່າງແລ້ວນີ້ ຂອງຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຫວຽດ​ນາມ ເດັດ​ຂາດ​ບໍ່​ປະ​ໃຫ້​ພະ​ຍາດ Covid – 19 ​ລະ​ບາດຮອບ 2 - ảnh 1ພາບປະກອບ: ກະຊວງສາທາລະນະສຸກ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ກຳລັງທີ່ມີໜ້າທີ່ຮັບຜິດຊອບສືບຕໍ່ປະຕິບັດຍຸດທະສາດປ້ອງກັນ, ສະກັດກັ້ນໂລກລະບາດ ທີ່ໄດ້ວາງອອກ, ຮັກສາໝາກຜົນສຳຄັນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ສືບຕໍ່ຍົກສູງສະຕິລະວັງຕົວ, ບໍ່ປະໃຫ້ເກີດຂໍ້ຜິດພາດບົກຜ່ອງ ເປັນຕົ້ນແມ່ນເພື່ອການພັດທະນາເສດຖະກິດ - ສັງຄົມແລ້ວລຸຫຼັ່ງປີດປະຕູ, ລະເລີຍຕໍ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ເດັດຂາດບໍ່ໃຫ້ເກີດການແຜ່ລະບາດຮອບ 2 ຢູ່ຫວຽດນາມ. ບັນດາອົງການສື່ມວນຊົນ, ສຳນັກຂ່າວສານ, ໜັງສືພິມສືບຕໍ່ລົງຂ່າວ, ໂຄສະນາກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ.

ຕອບກັບ