ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສປຊ: ທິມງານໂຮງໝໍກາງສະໜາມ ລະດັບ 2 ເລກ 2 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້

Chia sẻ
(VOVWORLD) - ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີອອກເຄື່ອນພົນ ທິມງານໂຮງໝໍກາງສະໜາມລະດັບ 2 ເລກ 2 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. 
ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສປຊ: ທິມງານໂຮງໝໍກາງສະໜາມ ລະດັບ 2 ເລກ 2 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້ - ảnh 1 ພິທີອອກເຄື່ອນພົນ ທິມງານໂຮງໝໍກາງສະໜາມລະດັບ 2 ເລກ 2 ອອກເດີນທາງໄປປະຕິບັດໜ້າທີ່ຢູ່ ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (ພາບ: TTXVN)

ທ່ານພົນຕີ ຫງວຽນເຕີນເກືອງ, ຮອງເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ອອກຄໍາສັ່ງເຄື່ອນພົນ ພ້ອມທັງຕັກເຕືອນບັນດາພະນັກງານ, ພາລະກອນຂອງໂຮງໝໍ ຕ້ອງສໍາເລັດການຈັດຕັ້ງເຄື່ອນໄຫວເປັນປົກກະຕິໂດຍໄວ, ອັບເດັດສະພາບການຄວາມໝັ້ນຄົງ ແລະ ສໍາເລັດບັນດາລະບຽບການ, ລາຍການຝຶກອົບຮົມຂອງຄະນະປະຕິບັດ; ປະຕິບັດວຽກງານການມອບ-ຮັບ ກັບໂຮງໝໍກາງສະໜາມລະດັບ 2 ເລກ 1 ໃຫ້ເປັນຢ່າງດີ; ຮັບປະກັນໃຫ້ໂຮງໝໍເຄື່ອນໄຫວຢ່າງລຽນຕິດ.

        ທີ່ພິທີ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໜ້າທີ່ໃຫ້ທິມງານໂຮງໝໍກາງສະໜາມ ລະດັບ 2 ເລກ 2, ຮຽກຮ້ອງໃຫ້ພະນັກງານ, ພາລະກອນ ຈົ່ງສາມັກຄີກັນ, ສົມທົບກັນຢ່າງແໜ້ນແຟ້ນ,ແກ້ໄຂຄວາມຫຍຸ້ງຍາກທຸກປະການ, ສໍາເລັດທຸກໜ້າທີ່ ເຊິ່ງຫວຽດນາມ ແລະ ສປຊ ໄດ້ມອບໝາຍໃຫ້ ເປັນຢ່າງດີ; ຕັ້ງໜ້າສູ້ຊົນປະຕິບັດແນວທາງການຕ່າງປະເທດຂອງລັດໃຫ້ເປັນຢ່າງດີ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງຫວຽດນາມບົນເວທີສາກົນ...


ຕອບກັບ