ຫວຽດ​ນາມ ​ຮັກ​ສາຄວາມ​ສາ​ມັກ​ຄີໃນອາຊຽນ

Chia sẻ
(VOVWORLD) - ວັນທີ 29 ສິງຫາ, ທີ່ນະຄອນຫຼວງໄຄໂຣ, ສະຖານທູດຫວຽດນາມປະຈຳອີຢິບໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດບັນດາປະເທດໃນເຂດອາຊີຕາເວັນອອກສຽງໃຕ້-ອາຊຽນຄົບຮອບ52 ປີ (8/8/1967-8/8/2019)ຢ່າງສົມກຽດ. 
ຫວຽດ​ນາມ ​ຮັກ​ສາຄວາມ​ສາ​ມັກ​ຄີໃນອາຊຽນ - ảnh 1ເອກອັກຄະລັດຖະທູດບັນດາປະເທດອາຊຽນປະຈຳໄຄໂຣ

ເຂົ້າຮ່ວມພິທີມີບັນດາເອກອັກຄະລັດຖະທູດ, ພະນັກງານການທູດຂອງສະຖານທູດບັນດາປະເທດສະມາຊິກອາຊຽນປະຈຳຢູ່ ນະຄອນຫຼວງ ໄຄໂຣ, ພ້ອມທັງບັນດາເຈົ້າໜ້າທີ່ການທູດ, ອຳນາດການປົກຄອງແລະຕາງໜ້າວົງການສື່ມວນຊົນປະເທດປະຈຳຖິ່ນ.

        ກ່າວຄຳເຫັນໃນພິທີ, ທ່ານເຈິ່ນແທັງກົງເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບໄດ້ທົບທວນຄືນເຖິງຜົນງານອັນພົ້ນເດັ່ນຂອງອາຊຽນໃນໄລຍະທາງແຫ່ງການພັດທະນາກ່ວາເຄິ່ງສັດຕະວັດຜ່ານມາທ່ານກ່າວວ່າ:

        ຫວຽດນາມໄດ້ມີຄວາມມານະພະຍາຍາມປັບປຸງຄວາມສາມັກຄີ, ເປັນເອກະພາບແລະພາລະບົດບາດຂອງອາຊຽນຕໍ່ກັບບັນຫາຂອງພາກພື້ນ, ໃນການແກ້ໄຂສິ່ງທ້າທາຍ ໃນການປ້ອງກັນຄວາມສະຫງົບແບບເກົ່າແລະແບບໃໝ່, ກໍ່ຄືກັບບັນດາບັນຫາທີ່ເກີດຂຶ້ນໃນການພົວພັນກັບບັນດາປະເທດຄູ່ຮ່ວມື.ພ້ອມທັງ, ການຊຸກຍູ້ການຮ່ວມມືປະຕິບັດຕົວຈິໃນບັນດາ ກົນໄກ, ເວທີປາໃສໃນຂົງເຂດສຳຄັນ ໂດຍອາຊຽນເປັນຜູ້ລິເລີ່ມເພື່ອແນໃສ່ສ້າງຄວາມເຫັນດີເປັເອກະພາບພາຍໃນອາຊຽນແລະລະຫວ່າງອາຊຽນກັບຄູ່ຮ່ວມມືກ່ຽວກັບບົດບາດຂອງອາຊຽນແລະຜົນປະໂຫຍດລວມຂອງທຸກປະເທດ, ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພໃນການເດີນເຮືອແລະການບິນຢູ່ທະເລຕາເວັນອອກ; ຊຸກຍູ້ນຳເອົາບັນຫາທະເລຕາເວັນອອກເຂົ້າໃນເອກະສານສຳຄັນຂອງກອງປະຊຸມຕ່າງໆ, ເວທີປາໄສຂອງອາຊຽນ ດ້ວຍບັນດາເນື້ອໃນຕັ້ງໜ້າ; ພ້ອມທັງເນັ້ນໜັກເຖິງການປະຕິບັດຖະແຫຼງການ DOC ຢ່າງ ຄົບຖ້ວນ, ມິີປະສິດທິຜົນແລະສ້າງສເລັດກົດແຫ່ງການປະພຶດCOC ໂດຍໄວ

ຕອບກັບ