ພິທີລົງນາມ ລະຫວ່າງສອງຝ່າຍ (ພາບ: TTXVN) |
ເລື່ອງລົງນາມບົດບັດທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍສືບຕໍ່ຢັ້ງຢືນການພົວພັນຄູ່ຮ່ວມມືແບບຍືນຍົງ, ນຳມາເຊິ່ງຜົນປະໂຫຍດອັນຊອບທຳຢ່າງແທດຈິງ ໃຫ້ແກ່ວິສາຫະກິດແລະ ຜູ້ບໍລິໂພກພາຍໃນປະເທດ ກໍ່ຄືກຳນົດທິດບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ.
ຈຸດຕົ້ນຕໍຂອງບົດບັນທຶກຊ່ວຍຈຳແມ່ນ ສະພາທັນຍາຫານ 5 ຊະນິດຂອງ ອາເມລິກາ ຈະຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາພະນັກງານຄຸ້ມຄອງ, ໃຫ້ແກ່ບັນດາວິສາຫະກິດນຳເຂົ້າຂອງ ຫວຽດນາມ, ບັນດາວິສາຫະກິດປຸງແຕ່ງອາຫານສັດ, ວິສາຫະກິດເຮັດວຽກໃນຂົງເຂດລ້ຽງສັດ ເພື່ອໃຫ້ ຫວຽດນາມ ອາດຈະສຳຜັດກັບເຕັກໂນໂລຢີໃໝ່, ສຳຜັດກັບການຄ້າແບບໃໝ່, ສຳຜັດກັບເຕັກນິກໃໝ່ເພື່ອຈັດຕັ້ງການຄຸ້ມຄອງການຜະລິດ. ສະພາທັນຍາຫານ 5 ຊະນິດ ອາເມລິກາ ຈະໜູນຊ່ວຍບັນດາອຸປະກອນການແພດ ຄືບັນດາຊຸດ Kit ກວດຫາເຊື້ອ ໂຄວິດ - 19 ແລະ ຢາປິ່ນປົວໂຄວິດ - 19 ໃຫ້ແກ່ບັນດາວິສາຫະກິດ ກ່ຽວກັບອາຫານສັດ, ບັນດາວິສາຫະກິດໃນຂະແໜງການລ້ຽງສັດ ຫວຽດນາມ ໃນສະພາບການໂລກລະລາດໂຄວິດ - 19 ພວມມີການຜັນແປທີ່ນັບມື້ນັບສັບສົນຂຶ້ນຕື່ມ.