ຫວຽດນາມ - ອາເມລິກາ ຮ່ວມມືຢ່າງມີປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19

Chia sẻ
(VOVWORLD) -ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ເອກອັກຄະລັດຖະທູດ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Daniel J. Kritenbrink ເອກອັກຄະລັດຖະທູດອາເມລິກາປະຈຳ ຫວຽດນາມ.
ຫວຽດນາມ - ອາເມລິກາ ຮ່ວມມືຢ່າງມີປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 - ảnh 1ການເຮັດວຽກ (ພາບ: TTXVN) 

ທີ່ການເຮັດວຽກ, ສອງຝ່າຍໄດ້ຕີລາຄາສູງບັນດາໂຄງການຮ່ວມມື ຢ່າງມີ ປະສິດທິຜົນລະຫວ່າງ ຫວຽດນາມ - ອາເມລິກາ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ທ່ານ Daniel J. Kritenbrink ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງລັດຖະບານ, ປະຊາຊົນ ຫວຽດນາມໃນການສະກັດກັ້ນໂລກລະບາດໃນເບື້ອງຕົ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປ.

ສອງຝ່າຍກໍ່ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຈັດຕັ້ງສຳເລັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງ ປະເທດ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ແລະ ນຳໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາກ່ວາອີກ.

ຕອບກັບ