ຫວຽດນາມ ອອກ​ຖະ​ແຫຼງການ​ປະທານ ກ່ຽວກັບ​​ເລື່ອງ ອາຊຽນ ຮ່ວມ​ກັນ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ອັກ​ເສບປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸລະ​ໂລກ Covid -19

Chia sẻ
(VOVWORLD) - ຖະແຫຼງການປະທານ ກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Covid - 19 ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປະກາດໃຊ້ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວມີການຜັນແປຢ່າງສັບສົນ. 
ຫວຽດນາມ ອອກ​ຖະ​ແຫຼງການ​ປະທານ ກ່ຽວກັບ​​ເລື່ອງ ອາຊຽນ ຮ່ວມ​ກັນ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ອັກ​ເສບປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸລະ​ໂລກ Covid -19 - ảnh 1 (ພາບປະກອບ: VOV)

       ຖະແຫຼງການດັ່ງກ່າວ ໄດ້ສະແດງຄວາມວິຕົກກັງວົນຂອງການນໍາບັນດາປະເທດ ອາຊຽນ ຕໍ່ການຜັນແປຂອງເຊື້ອພະຍາດດັ່ງກ່າວ ພ້ອມທັງເນັ້ນໜັກເຖິງຄວາມສາມັກຄີຂອງ ອາຊຽນ ໃນການຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລາມຂອງເຊື້ອພະຍາດດັ່ງກ່າວ, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ. ນອກຈາກນັ້ນ, ຖະແຫຼງການສະບັບດັ່ງກ່າວ ກໍໄດ້ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ຮັກສານະໂຍບາຍເປີດປະຕູ; ເຫັນດີເປັນເອກະພາບຕໍ່ການສົມທົບໃນວຽກງານກວດກາສາທາລະນະສຸກຢູ່ດ່ານຊາຍແດນແຫ່ງຕ່າງໆຂອງບັນດາປະເທດສະມາຊິກ; ຮຽກຮ້ອງໃຫ້ບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດ ສະມາຊິກອາຊຽນ  ປະຈໍາຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງ ອາຊຽນ ໃນກໍລະນີຈໍາເປັນ ກໍຄື ຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນການເຜີຍແຜ່ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງກ່ຽວກັບເຊື້ອພະຍາດ Covid – 19. ໃນບົດບາດເປັນປະທານ ສະພາປະສານງານ ອາຊຽນ (ACC), ຫວຽດນາມສະເໜີ ຈັດຕັ້ງກອງປະຊຸມພິເສດຂອງ ACC ແລະ ສົມທົບກັບ ຈີນ ຈັດກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ເນື່ອງໃນໂອກາດລັດຖະມົນຕີການຕ່າງປະເທດ ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຢູ່ ນະຄອນຫຼວງວຽງຈັນ ປະເທດ ລາວ ໃນໄລຍະຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັນຮັບມືກັບເຊື້ອພະຍາດ Covid – 19. 

ຕອບກັບ