ຫວຽດ​ນາມ - ສ.ເຊັກ​ໂກ​ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

Chia sẻ
(VOVWORLD) - ຫວຽດນາມ ແລະ ສ.ເຊັກໂກ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ສິ່ງແວດລ້ອມ… ນີ້ິ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນຢູ່ “ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກິດ ຫວຽດນາມ (VCCI) ສົມທົບກັບສະຖານທູດ ສ.ເຊັກໂກ ປະຈຳ ຫວຽດນາມຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 21 ພະຈິກ.
ຫວຽດ​ນາມ - ສ.ເຊັກ​ໂກ​ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1

ທ່ານ ຫວໍເຕິນແທງ ຮອງປະທານ VCCI ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ປີ 2018, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສ.ເຊັກໂກ ບັນລຸໄດ້ເກືອບ 300 ລ້ານ USD. ຫວຽດນາມ ສົ່ງອອກໄປຍັງ ເຊັກໂກ ສ່ວນຫຼາຍແມ່ນບັນດາຜະລິດຕະພັນຄື: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່, ເກີບ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ... ໃນຂະນະນັ້ນ ສ.ເຊັກໂກ ສົ່ງອອກມາຍັງ ຫວຽດນາມ ແມ່ນບັນດາປະເພດສິນຄ້າຄື: ສານເຄມີ, ເຄື່ອງຈັກ, ອຸປະກອນ, ການຢາ... ຫວຽດນາມ ມີຄວາມປາດຖະໜາ ຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນສອງຝ່າຍໃຫ້ຫຼາຍກ່ວານີ້ອີກເພື່ອ ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າໃຫ້ຂຶ້ນເຖິງ 1 ຕື້ USD.

ບັນດາວິສາຫະກິດ ເຊັກໂກຖືວ່າ ການຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ເຊັກໂກ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການສ້າງຂົວເຊື່ອມຕໍ່ການຮ່ວມມືລະຫວ່າງສອງພາກພື້ນເສດຖະກິດສຳຄັນແມ່ນ ອາຊຽນ ແລະ EU ໃນໄລຍະຈະມາເຖິງ ອີກດ້ວຍ.

ຕອບກັບ