ຫວຽດ​ນາມ ສະ​ໜອງ​ທຶນ​ການ​ສຶກ​ສາໃຫ້​ແກ່​ນັກ​ສຶກ​ສາ ແລະ ພະ​ນັກ​ງານ​ລາວ​ ຈຳ​ນວນ 1.100 ທຶນ

Chia sẻ
(VOVWORLD) -        ໃນການເຮັດວຽກຫວ່າງມໍ່ໆມານີ້ ລະຫວ່າງຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈຳ ລາວ ກັບ ກະຊວງສຶກສາທິການ ແລະ ກິລາ ລາວ ກ່ຽວກັບແຜນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການສຶກສາ, ເຊິ່ງຄາດວ່າ ໃນທ້າຍປີນີ້, ຂະແໜງສຶກສາຂອງສອງປະເທດຈະລົງນາມໃນຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມືໃນຂົງເຂດສຶກສາ ໄລຍະ 2021 – 2030.
ຫວຽດ​ນາມ ສະ​ໜອງ​ທຶນ​ການ​ສຶກ​ສາໃຫ້​ແກ່​ນັກ​ສຶກ​ສາ ແລະ ພະ​ນັກ​ງານ​ລາວ​ ຈຳ​ນວນ 1.100 ທຶນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຫນູນຊ່ວຍກໍ່ສ້າງໂຮງຮຽນມັດທະຍົມແຫ່ງໜຶ່ງຢູ່ແຂວງບໍລິຄຳໄຊ (ພາບ: ນັກຂ່າວ VOV ປະຈຳ ລາວ)

        ໃນສະເພາະໜ້າ, ໃນສົກຮຽນ 2020 – 2021, ຫວຽດນາມ ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ, ພະນັກງານລາວ ຈຳນວນ 1.100 ທຶນ ເຊິ່ງບຳລຸງກໍ່ສ້າງໃນຫຼາຍຂົງເຂດ ແລະ ລະດັບທີ່ແຕກຕ່າງກັນ ນັບແຕ່ຊັ້ນປະລິນຍາຕີ, ປະລິນຍາໂທ ແລະ ບຳລຸງສ້າງໄລຍະສັ້ນ. ນອກຈາກທຶນການສຶກສາຂອງລັດຖະບານແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາມະຫາວິທະຍາໄລຂອງ ຫວຽດນາມ ກໍໄດ້ສະໜອງທຶນການສຶກສາໃຫ້ນັກສຶກສາລາວຫຼາຍທຶນຕື່ມອີກ.

        ປີ 2019, ລັດຖະບານ ຫວຽດນາມ ໄດ້ສະໜອງທຶກການສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານ ລາວ ຈຳນວນກວ່າ 1.200 ທຶນ ມາຮ່ຳຮຽນຢູ່ຫວຽດນາມ ໃນຫຼາຍຂົງເຂດ, ລວມທັງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວິທະຍາສາດເຕັກໂນໂລຢີ.

        ໃນເກືອບ 10 ປີ ຜ່ານມາ, ນັກສຶກສາລາວມາຮຽນຢູ່ ຫວຽດນາມ ສ່ວນຫຼາຍແມ່ນຮຽນໃນບັນດາຂະແໜງເຕັກນິກ, ເຕັກໂນໂລຢີ, ສ້າງຄູ, ເສດຖະກິດ… ໃນນັ້ນ ມີນັກສຶກສາກວ່າ 51%  ແມ່ນຮຽນຂະແໜງສ້າງຄູຊັ້ນປະລິນຍາຕີຂຶ້ນໄປ, ເພາະວ່າ ນີ້ແມ່ນໜຶ່ງໃນບັນດາຂົງເຂດ ເຊິ່ງ ລາວ ພວມເອົາໃຈໃສ່ພັດທະນາ ເພື່ອຍົກສູງຄຸນນະພາບການສຶກສາພາຍໃນປະເທດ. ນອກຈາກຂະແໜງການສຶກສາແລ້ວ, ລາວ ແລະ ຫວຽດນາມ ຍັງຮ່ວມມືກັນໃນບັນດາຂົງເຂດຄື ວິທະຍາສາດ ແລະ ເຕັກໂນໂລຢີ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂທລະຄົມມະນາຄົມ, ແຮງງານ, ການທ່ອງທ່ຽວ, ບັນຫາຊາຍແດນ ແລະ ເສດຖະກິດ.

ຕອບກັບ