ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການຕໍ່​ສ​ູ້ປ້ອງ​ກັນ​ແລະ ຕ້ານ ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ

Chia sẻ
(VOVWORLD) -ທີ່ບັນດາການພົບປະ, ທ່ານ ພົນເອກ ໂຕເລິມ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີ, ເປີດກ້ວາງຂອບເຂດການຮ່ວມມືຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສກ່ຽວກັບການຕ້ານການກໍ່ການຮ້າຍ, ສິດທິມະນຸດ, ສາດສະໜາ, ເຊື້ອຊາດຜິວພັນ.
ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການຕໍ່​ສ​ູ້ປ້ອງ​ກັນ​ແລະ ຕ້ານ ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ - ảnh 1ທ່ານ ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຢູ່ກອງປະຊຸມປ້ອງກັນ, ຕ້ານການກ9ການຮ້າຍ ຄັ້ງທີ 18 ຢູ່ Sochi, ປະເທດລັດເຊຍໃນລະຫວ່າງວັນທີ 15  18 ຕຸລາ 

ໃນຂອບເຂດກອງປະຊຸມກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍຄັ້ງທີ 18 ເຊິ່ງໄດ້ດຳເນີນຢູ່ Sochi ປະເທດລັດເຊຍ, ໃນລະຫວ່າງວັນທີ 15 – 18ຕຸລາ, ທ່ານ ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ມີບັນດາການພົບປະກັບຫົວໜ້າອົງການປ້ອງກັນຄວາມໝັ້ນຄົງ ສະຫະພັນ ລັດເຊຍ, ລັດຖະມົນຕີຜູ້ທີ ໜຶ່ງ ກະຊວງພາຍໃນສະຫະພັນລັດເຊຍ, ຮອງເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ຮັບຜິດຊອບການປ້ອງກັນ, ຕ້ານການກໍ່ການຮ້າຍ.

        ທີ່ບັນດາການພົບປະ, ທ່ານ ພົນເອກ ໂຕເລິມ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ເພີ່ມທະວີ, ເປີດກ້ວາງຂອບເຂດການຮ່ວມມືຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສກ່ຽວກັບການຕ້ານການກໍ່ການຮ້າຍ, ສິດທິມະນຸດ, ສາດສະໜາ, ເຊື້ອຊາດຜິວພັນ, ຮ່ວມມືຕໍ່ສູ້ປ້ອງກັນ, ຕ້ານການອົບພະຍົບທີ່ຜິດກົດໝາຍ, ກໍ່ຄືພິຈາລະນາ, ສ້າງເງື່ອນໄຂສະດວກໃນການອອກ ວີຊາ, ພັກອາໄສ ໃຫ້ແກ່ປະຊາຄົມຊາວຫວຽດນາມອາໄສຢູ່ ສະຫະພັນລັດເຊຍ.

        ແລະກໍ່ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ໄດ້ມີການຕ້ອນຮັບທ່ານ ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການປ້ອງກັນ, ຕ້ານການກໍ່ການຮ້າຍ, ພົບປະກັບບັນດາຫົວໜ້າຄະນະຜູ້ແທນ ປະເທດ ລາວ, ກຳປູເຈຍ, ສ.ເກົາຫຼີ… ທີ່ພວມເຂົ້າຮ່ວມກອງປະຊຸມກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍຄັ້ງທີ 18.

ຕອບກັບ