ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ໃຫ​້ຄົບ​ຊຸດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 3 ກຸມພາ, ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມ ໄດ້ແຈ້ງໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ກອມມູນິດ ຫວຽດນາມ ເຖິງຄະນະທຸຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ.
ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ໃຫ​້ຄົບ​ຊຸດ - ảnh 1ທ່ານ ຮວ່າງບິນກວັນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແຈ້ງໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ກອມມູນິດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ທ່ານ ຮວ່າງບິນກວັນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ໄດ້ກຳນົດທັດສະນະຊີ້ນຳພື້ນຖານ 4 ປະການ. ໃນນັ້ນ, ທັດສະນະຊີ້ນຳລຸລ່ວງ ແມ່ນຢຶດໝັ້ນ, ໝູນໃຊ້, ພັດທະນາຢ່າງມີຫົວຄິດປະດິດສ້າງ ລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ ທີ່ວ່າ: ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ຢຶດໝັ້ນແນວທາງການປ່ຽນແປງໃໝ່ຂອງພັກ; ຢຶດໝັ້ນບັນດາຫຼັກການກໍ່ສ້າງພັກ; ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ພ້ອມກັນນັ້ນ, ຍຸດທະສາດພັດທະນາສັງລວມຂອງ ຫວຽດນາມ ແມ່ນຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ; ຖືການພັດທະນາເສດຖະກິດ - ສັງຄົມ ເປັນໃຈກາງ; ການກໍ່ສ້າງພັກແມ່ນແກ່ນສານ; ການພັດທະນາວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈ; ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜ້າທີ່ຈຸດສຸມ ແລະ ປະຕິບັດເປັນປະຈຳ.

        ທ່ານ ຮວ່າງບິ່ງກວັນ ກໍ ແຈ້ງໃຫ້ຊາບວ່າ: ວຽກງານບຸກຄະລາກອນ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ຖືກດຳເນີນຢ່າງເປີດເຜີຍ, ປະຊາທິປະໄຕ, ຮັດກຸ່ມ ແລະ ມີວິທະຍາສາດ. ກອງປະຊຸມໃຫຍ່ກໍໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກຊຸດທີ 13 ລວມມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ໃນນັ້ນເພດຍິງມີ 19 ສະຫາຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຊຸດທີ 13 ດ້ວຍຄວາມໄວ້ວາງໃຈສູງ.

ຕອບກັບ