ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ວົງເງິນສົ່ງອອກນຳເຂົ້າສິນຄ້າ 11 ເດືອນຕົ້ນປີ 2019 ບັນລຸໄດ້ປະມານເກືອບ 474 ຕື້ USD, ໃນນັ້ນວົງເງິນສົງອອກນຳເຂົ້າສິນຄ້າບັນລຸໄດ້ເກືອບ 241.5 ຕື້ USD. ດ້ວຍ ການສົ່ງອອກເກີນດຸນສະຖິຕິ ຢູ່ລະດັບກ່ວາ 9 ຕື້ USD ໃນ 11 ເດືອນ ແລະ ລະດັບການເຕີບໂຕສົ່ງອອກ ໃນ 11 ເດືອນເພີ່ມ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ ກາຍນີ້, ຄາດຄະເນວ່າ ໃນປີ 2019. ການເຄື່ອນໄຫວສົ່ງອອກນຳເຂົ້າຂອງ ຫວຽດນາມ ຈະສຳເລັດເປົ້າໝາຍທີ່ວາງງອກແມ່ນນຳລະດັບການເຕີບໂຕເພີ່ມຂຶ້ນ 7 – 8% ເມືື່ອທຽບໃສ່ປີ 2018, ຄວບຄຸມການນຳເຂົ້າເກີນດຸນຕ່ຳກ່ວາ 3% ຍອດວົງເງິນນຳເຂົ້າ ສົ່ງອອກ.