ຫວຽດນາມ ມານະພະຍາຍາມຮັບປະກັນດ້ານໂພຊະນາການໃຫ້ແກ່ເດັກນ້ອຍ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 16 ຕຸລາ ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ຈັດຕັ້ງພິທີປະກາດບົດລາຍງານກ່ຽວກັບສະພາບເດັກນ້ອຍທົ່ວໂລກປີ 2019 - ກອບການກະທຳປົວແປງດ້ານໂພຊະນາການໃຫ້ຜູ້ເປັນແມ່ ແລະ ໃຫ້ເດັກນ້ອຍກິນທາດບຳລຸງຕື່ມອີກຢູ່ ຫວຽດນາມ.
ຫວຽດນາມ ມານະພະຍາຍາມຮັບປະກັນດ້ານໂພຊະນາການໃຫ້ແກ່ເດັກນ້ອຍ - ảnh 1 ຫວຽດນາມ ມານະພະຍາຍາມຮັບປະກັນດ້ານໂພຊະນາການໃຫ້ແກ່ເດັກນ້ອຍ (ພາບ: Chinhphu.vn)

        ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ຖືວ່າ: ເຖິງວ່າ ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າໃນການຫລຸດຜ່ອນອັດຕາຂາດໂພຊະນາການໃນຊຸມທົດສະວັດຜ່ານມາກໍ່ຕາມ ແຕ່ການຂາດໂພຊະນາການຊ້ຳເຮື້ອ ຫຼື ເຕ້ຍຈ່ອຍຍັງຢູ່ໃນລະດັບສູງ.

        “ເມື່ອພວກເຮົາກ້າວເຂົ້າສູ່ທົດສະວັດທີ 3 ຂອງສະຕະວັດທີ 21, ພວກເຮົາເຊີດຊູບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດໂພຊະນາການ ພ້ອມກັນນັ້ນ ພວກເຮົາກໍ່ຕ້ອງຮັບຮູ້ບັນດາສິ່ງທີ່ຍັງຄົງຄ້າງ, ສິ່ງຈຳກັດ ແລະ ສິ່ງທ້າທາຍໃໝ່. ຂ້າພະເຈົ້າຖືວ່າ: ໃນຍຸກສະໄໝນີ້, ພວກເຮົາສາມາດຫລຸດຜ່ອນອັດຕາຂາດໂພຊະນາການຢູ່ ຫວຽດນາມ ໄດ້ຢ່າງສີ້ນເຊີງ ກໍ່ຄືຫລຸດຜ່ອນອັດຕານ້ຳໜັກເກີນ, ຕຸ້ຍພີ. ພວກເຮົາຄວນພ້ອມກັນຮ່ວມມື ເພື່ອສ້າງຄວາມແຕກຕ່າງກັນໃຫ້ເດັກນ້ອຍຢູ່ ຫວຽດນາມ ແຕ່ລະຄົນ”.

ຕອບກັບ