ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ສົມທົບກັນປ້ອງກັນ ຕ້ານໂລກລະບາດໂຄວິດ-19 ກັບນອກແວ

Chia sẻ
(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ສົມທົບກັບນອກແວ ມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນວຽກງານປົກປ້ອງພົນລະເມືອງ.

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ສົມທົບກັນປ້ອງກັນ ຕ້ານໂລກລະບາດໂຄວິດ-19 ກັບນອກແວ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

(ພາບ: VGP)

ຕອນບ່າຍວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດນອກແວ Ine Kriksen Soreide, ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດ ແລະ ພັດທະນາເສດຖະກິດພາຍຫຼັງໂລກລະບາດໂຄວິດ-19. ທ່ານ Ine Kriksen Soreide ໄດ້ຕີລາຄາສູງບັນດາມາດຕະການໃນການປ້ອງກັນ, ຕ້ານໂລກລະບາດຂອງຫວຽດນາມ, ຖືວ່າ ນີ້ແມ່ນບັນດາບົດຮຽນທີ່ດີ ແລະ ວິທີການເຮັດວຽກທີ່ດີ, ມີປະສິດທິຜົນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ , ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ສົມທົບກັບນອກແວ ມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນວຽກງານປົກປ້ອງພົນລະເມືອງ.

        ເມື່ອແບ່ງປັນທັດສະນະລວມກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍໄດ້ເຫັນດີເພີ່ມທະວີການສົມທົບກັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງນອກແວ-ອາຊຽນ ໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ເພີ່ມທະວີການຮ່ວມມືຢູ່ສະຫະປະຊາຊາດໃຫ້ເປັນຢ່າງດີ.

ຕອບກັບ