ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນບັນດາຂົງເຂດເສດຖະກິດ - ສັງຄົມ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ອົງການສະຫະປະຊາຊາດເພື່ອແມ່ຍິງ (UN Women)

 ຈັດຕັ້ງກອງປະຊຸມສຳມະນາ “ເລີ່ມເຄື່ອນໄຫວການກວດກາ 10 ປີແຫ່ງການປະຕິບັດຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະປີ 2011 – 2020 ແລະ ສ້າງຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະປີ 2021 - 2030”.

ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນບັນດາຂົງເຂດເສດຖະກິດ - ສັງຄົມ - ảnh 1 ທ່ານ ຟ້າມງອັກຕ໊ຽນ, ຫົວໜ້າກົມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ

        ທີ່ກອງປະຊຸມສຳມະນາ, ທ່ານ ຟ້າມງອັກຕ໊ຽນ, ຫົວໜ້າກົມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:

        “ໃນສະພາບການພາຍໃນປະເທດ ແລະ ສາກົນ ພວມມີບັນດາການປ່ຽນແປງຢ່າງວ່ອງໄວ, ທັງສ້າງກາລະໂອກາດກໍ່ຄືບັນດາສິ່ງທ້າທາຍໃຫຍ່ຫລວງ ຄວນໄດ້ຮັບການແກ້ໄຂຄືການປະຕິວັດອຸດສາຫະກຳ 4.0, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກພະຍາດ ແລະ ບັນດາບັນຫາຄວາມໝັ້ນຄົງແບບເກົ່າ, ໄລຍະຫ່າງລະຫວ່າງຂົ້ວຮັ່ງຂົ້ວທຸກ; ສະພາບຈຳແນກຄວາມຮັ່ງມີທຸກຍາກ, ແຮງງານອົບພະຍົມ, ຄວາມຮຸນແຮງ, ການຄ້າມະນຸດ, ທຳຮ້າຍເດັກນ້ອຍ ແລະ ແມ່ຍິງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນແຜນການໜູນຊ່ວຍຂອງບັນດາອົງການຈັດຕັ້ງ, ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ປະກອບຄຳເຫັນ ແນໃສ່ສ້າງບົດລາຍງານເຕັກນິກກະກຽມໃຫ້ແກ່ການກວດກາການປະຕິບັດຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໄລຍະປີ 2011 – 2020 ແລະ ສ້າງຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະປີ 2021 – 2030 ໃຫ້ສຳເລັດ.

ຕອບກັບ