ຫວຽດນາມ ຕອບ​ສະໜອງວັນ​ມະຫາ​ສະໝຸດ​ໂລກ ວັນ​ທີ 8 ມິຖຸນາ

Chia sẻ
(VOVWORLD) -ໃນລະຫວ່າງວັນທີ 01 ຫາວັນທີ 8 ມິຖຸນາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຕອບສະໜອງວັນມະຫາສະໝຸດໂລກ ວັນທີ 8 ມິຖຸນາ ແລະ ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມປີ 2020 ດ້ວຍຫົວຂໍ້ “ປ່່ຽນແປງໃໝ່ ເພື່ອພັດທະນາເສດຖະກິດທະເລຫວຽດນາມແບບຍືນຍົງ”.
ຫວຽດນາມ ຕອບ​ສະໜອງວັນ​ມະຫາ​ສະໝຸດ​ໂລກ ວັນ​ທີ 8 ມິຖຸນາ - ảnh 1ທະຫານ ແລະ ຊາວໜຸ່ມ  ເກັບຂີ້ເຫຍື້ອຢູ່ບໍລິເວນເມືອງ ຢໍລິງ ແຂວງກວ໋າງຈິ (ພາບ: TTXVN)

ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ບັນດາການເຄື່ອນໄຫວຕອບສະໜອງວັນມະຫາສະໝຸດໂລກ ແລະ ສັບປະດາທະເລ - ໝູ່ເກາະ ຫວຽດນາມ ປີ 2020 ໄດ້ຮັບການຈັດຕັ້ງດ້ວຍຫຼາຍຮູບແບບ ເຊັ່ນ: ການໂອ້ລົມສົນທະນາຜ່ານຊ່ອງໂທລະພາບ, ກອງປະຊຸມສໍາມະນາຜ່ານທາງອອນລາຍ, ແຂວນປ້າຍຄໍາຂວັນພາບປຸກລະດົມ ຢູ່ທ້ອງຖິ່ນຕ່າງໆ, ໂຄສະນາຜ່ານສ່ືມວນຊົນ..

“ປ່ຽນແປງໃໝ່ເພື່ອມະຫາສະໝຸດ ຍືນຍົງ” ແມ່ນເນື້ອໃນທີ່ແທດຈິງ ເພື່ອຕອບສະໜອງຫົວຂໍ້ຂອງວັນມະຫາສະໝຸດໂລກປີ 2020 ໂດຍສະຫະປະຊາຊາດປຸກລະດົມ. ນັບແຕ່ນີ້ຮອດເດືອນ ມິຖຸນາ 2020, ທ້ອງຖິ່ນຕ່າງໆຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະຫຼອງສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ແລະ ວັນມະຫາສະໝຸດໂລກປີ 2020. 


ຕອບກັບ