ຫວຽດ​ນາມ ​ຍັງ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ສັງ​ຄົມ​ໃນ​ວົງ​ກ້​ວາງ

Chia sẻ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກອນໝູ່, ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ. ທ່ານ ຫວູດຶກດາມ ຊີ້ແຈ້ງວ່າ ປັດຈຸບັນ ປະເທດຕ້ອງປະຕິບັດເປົ້າໝາຍຄວບຄູ່ ໃຫ້ເປັນຢ່າງດີ
ຫວຽດ​ນາມ ​ຍັງ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ສັງ​ຄົມ​ໃນ​ວົງ​ກ້​ວາງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ກ່າວຄຳເຫັນທີ່ການຖະແຫຼງຂ່າວ

ວັນທີ 11 ພຶດສະພາ, ທີ່ການປະຊຸມແລກປ່ຽນວຽກງານກັບບັນດາອົງການສື່ມວນຊົນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ແຈ້ງໃຫ້ບັນດາການນຳຂອງອົງການສື່ມວນຊົນຮັບຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກອນໝູ່, ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ. ທ່ານ ຫວູດຶກດາມ ຊີ້ແຈ້ງວ່າ ປັດຈຸບັນ ປະເທດຕ້ອງປະຕິບັດເປົ້າໝາຍຄວບຄູ່ ໃຫ້ເປັນຢ່າງດີ ແລະ ໃນສະພາບຕົວຈິງ ຫວຽດນາມ ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີການເຕີບໂຕດ້ານເສດຖະກິດອີກດ້ວຍ. ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

ຈິດໃຈແມ່ນ ທັງຮຽກຮ້ອງປະຊາຊົນມີສະຕິຄວາມຮັບຜິດຊອບຕໍ່ກະໂອເຮົາ ແລະ ພໍ່ແມ່ພີ່ນ້ອງ ຫຼັງຈາກນັ້ນ ແມ່ນປະຊາຄົມ, ປະເທດຊາດ ເພື່ອໃຫ້ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຄົບຖ້ວນ. ຫວຽດນາມ ຕ້ອງຄວບຄຸມການເຂົ້າອອກເມືອງຢ່າງແໜ້ນແຟ້ນ, ບໍ່ຫ້າມການເດີນທາງໄປມາ ແຕ່ພວກເຮົາຕ້ອງຄວບຄຸມໂລກລະບາດຢ່າງແໜ້ນແຟ້ນ.

ໃນເຫດການທີ່ກ່ຽວຂ້ອງ, ນັບແຕ່ວັນທີ 6 ໂມງ ຫາ 12 ໂມງຂອງວັນທີ 11 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 18 ຄົນ, ໃນນັ້ນມີ 2 ຄົນໄດ້ຮັບການແຍກຕົວຢູ່ແຂວງດົ່ງນາຍ ພາຍຫຼັງເຂົ້າເມືອງຈາກຕ່າງປະເທດ. ດັ່ງນັ້ນ ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ລວມທັງໝົດ ແມ່ນ 3.056 ຄົນ.

ຕອບກັບ