ຫວຽດ​ນາມ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ສ​ປ​ຊ​

Chia sẻ
(VOVWORLD) -ຕອນບ່າຍວັນທີ 21 ມັງກອນ, ກ່າວຄຳເຫັນໃນຖານະເປັນຜູ້ບັນລະຍາຍຕົ້ນຕໍ ຢູ່ ວາລະ ປະຊຸມຄົບຄະນະກ່ຽວກັບ “ແງ່ຫວັງຍຸດທະສາດ ອາຊຽນ” -ໂດຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ ເວທີປາໄວເສດຖະກິດໂລກ (WEF) ຄັ້ງທີ 50 ຢູ່ Davos (ສະວິດ), ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຊີ້ແຈ້ງເຖິງສານກ່ຽວກັບຫົວຂໍ້, ບຸລິມະສິດການດຳເນີນງານຂອງ ອາຊຽນ ແລະ ຫວຽດນາມໃນປີ 2020.
ຫວຽດ​ນາມ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ສ​ປ​ຊ​ - ảnh 1

ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊເຂົ້າຮ່ວມກອງປະຊຸມກ່ຽວກັບການຊຸກຍູ້ ແລະ ຮັບປະກັນສິດມະນຸດ ຢູ່ ສະມັດຊາໃຫຍ່ ສປຊ

 (ພາບ: baoquocte.vn)

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢັ້ງຢຶນວ່າ ອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ພ້ອມທັງເນັ້ນໜັກເຖິງ ຫົວຂໍ້ດຳເນີນງານຂອງ ອາຊຽນ ໃນປີ ຫວຽດນາມ ເປັນປະທານອາຊຽນ 2020 ແມ່ນສຸມໃສ່ເຂົ້າໃນ “ການສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຕອບສະໜອງຄວາມຮຽກຮ້ອງ, ຄວາມສົນໃຈລວມຂອງ ບັນດາປະເທດ ອາຊຽນ ກ່ຽວກັບການສ້າງ ປະຊາຄົມໃຫ້ມີຄວາມໝັ້ນຄົງເຂັ້ມແຂງໃນສະພາບການໂລກພວມມີການຜັນປ່ຽນຢ່າງ ໄວວາ ແລະ ເລິກເຊິ່ງ.

        ທ່ານ ເຈືອງຮ່ວາບິ່ງ ກໍ່ຢັ້ງຢືນວ່າ ດ້ວຍການແບກຫາບ 2 ໜ້າທີ່ ແມ່ນ ເປັນປະທານ ອາຊຽນ ແລະ ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ສປຊ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ຂອງ ພາກພື້ນ ແລະ ສາກົນ ກໍ່ຄືຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

ຕອບກັບ