(ພາບປະກອບ)
(vovworld) - ບົນພື້ນຖານຂໍ້ສະເໜີຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຫັນດີຈັດກອງປະຊຸມສະຫຼຸບ 25 ປີແຫ່ງການດຶງດູດການລົງທຶນຈາກຕ່າງປະເທດຢູ່ຫວຽດນາມ. ຄາດວ່າ, ກອງປະຊຸມຈະດຳເນີນໄປໃນເດືອນ 02/2013. ຕາມສະຖິຕິແລ້ວ, ພາຍຫຼັງ 25 ປີແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ແຫຼ່ງທຶນນີ້ໄດ້ສົ່ງຜົນສະທ້ອນອັນຕັ້ງໜ້າເຖິງການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ຄິດສະເລ່ຍແຕ່ລະປີ, ບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຖິງວົງເງິນການຄ້າສົ່ງອອກ. ເຂດເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດໄດ້ສ້າງວຽກເຮັດງານທຳໂດຍກົງໃຫ້ຜູ້ອອກແຮງງານປະມານ 2 ລ້ານຄົນ ແລະ ໂດຍທາງອ້ອມໃຫ້ນັບໝື່ນໆຄົນ. ໃນປີ 2012 ຜ່ານມາ, ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດສຸມໃສ່ບັນດາຂົງເຂດຄື; ພື້ນຖານໂຄງລ່າງ, ອຸດສາຫະກຳຂຽວທີ່ບໍ່ສົ່ງມົນລະພິດເຖິງສິ່ງແວດລ້ອມ, ເຂົ້າຮ່ວມເຄື່ອຂ່າຍຜະລິດ ກໍຄືລະບົບມູນຄ່າເສດຖະກິດທົ່ວໂລກ...