ຫວຽດນາມ - ຈຸດມັດພົບດຶງດູດຊາວຕ່າງປະເທດ

Chia sẻ
(VOVWORLD) - ຫວຽດນາມ ພວມພົ້ນເດັ່ນຂຶ້ນປຽບເໝືອນດັ່ງປະເທດມີສະຖານທີ່ດີທີ່ສຸດ ທີ່ສະຫງວນໃຫ້ຊາວຕ່າງປະເທດທີ່ຢາກມາດຳລົງຊີວິດ ແລະ ເຮັດວຽກໃນສະພາບແວດລ້ອມໃໝ່.

 ນີ້ແມ່ນໝາກຜົນແຫ່ງການສຳຫລວດ Expat Insider ໂດຍຕາໜ່າງ InterNations ປະຕິບັດ ແລະ ຫາກໍ່ປະກາດ. ໂດຍລະອຽດແມ່ນ, ຫວຽດນາມ ໄດ້ລື່ນກາຍ 12 ຂັ້ນ ເພື່ອບືນຕົວຂຶ້ນມາຢູ່ອັນດັບທີ 2 ໃນຕາຕະລາງຈັດອັນດັບບັນດາສະຖານທີ່ດຳລົງຊີວິດ ແລະ ເຮັດວຽກດີທີ່ສຸດສຳລັບຊາວຕ່າງປະເທດ.

ຫວຽດນາມ - ຈຸດມັດພົບດຶງດູດຊາວຕ່າງປະເທດ - ảnh 1 ຫວຽດນາມ - ຈຸດມັດພົບດຶງດູດຊາວຕ່າງປະເທດ (ພາບ:TTXVN )

        ຕາມການສຳຫລວດ, ຫວຽດນາມ ໄດ້ຮັບການຕີລາຄາສູງໃນມາດຖານການເງິນສ່ວນບຸກຄົນ ແລະ ເຮັດວຽກກັບຊາວຕ່າງປະເທດ ພ້ອມກັບການປັບປຸງກ່ຽວກັບຄຸນນະພາບຂອງຊີວິດ ກໍ່ຄືຄວາມສາມາດເຊື່ອມຕົວ ແລະ ສ້າງຊີວິດການເປັນຢູ່ເປັນປົກກະຕິໄດ້ຢ່າງງ່າຍດາຍ.

        ກ່ຽວກັບຄຸນນະພາບຂອງຊີວິດ, ຫວຽດນາມ ມີການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ ແຕ່ລະດັບ 51 ຂຶ້ນເປັນລະດັບ 42 ໃນປີ 2019.

ຕອບກັບ