ຫວຽດນາມ ກາຍເປັນນັກສົ່ງອອກຜະລິດຕະພັນເຄື່ອງຕຳແຜ່ນຕັດຫຍິບໃຫຍ່ທີ 2 ໃນໂລກ

Chia sẻ
(VOVWORLD) - ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ ມີການເຕີບໂຕ 6,4% ດ້ວຍມູນຄ່າການຕະຫຼາດບັນລຸ 29 ຕື້ USD.
ຫວຽດນາມ ກາຍເປັນນັກສົ່ງອອກຜະລິດຕະພັນເຄື່ອງຕຳແຜ່ນຕັດຫຍິບໃຫຍ່ທີ 2 ໃນໂລກ - ảnh 1(ພາບປະກອບ)

ວັນທີ 02 ສິງຫາ, ເວັບໄຊ fashionunited.de ໄດ້ຄັດສະເໜີຕົວເລກສະຖິຕິໃໝ່ສຸດກ່ຽວກັບການຄ້າໂລກປີ 2021, ໂດຍອົງການການຄ້າໂລກ (WTO) ປະກາດໃຫ້ຮູ້ວ່າ, ຫວຽດນາມ ໄດ້ລື່ນກາຍ ບັງກະລາເທດ ກາຍເປັນນັກຜະລິດເຄື່ອງຕຳແຜ່ນຕັດຫຍິບໃຫຍ່ທີ 2 ໃນໂລກ. ປີ 2020, ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ ມີການເຕີບໂຕ 6,4% ດ້ວຍມູນຄ່າການຕະຫຼາດບັນລຸ 29 ຕື້ USD. ໃນໄລຍະ 10 ປີຜ່ານມາ, ອັດຕາສ່ວນຂອງ ຫວຽດນາມ ໃນຕະຫຼາດເຄື່ອງຕຳແຜ່ນຕັດຫຍິບທົ່ວໂລກໄດ້ເພີ່ມຂຶ້ນຢ່າງແຮງ. ຫວຽດນາມ ພຽງແຕ່ຢືນຖັດຈາກ ຈີນ - ປະເທດກວມເອົາອັດຕາສ່ວນ 31,6% (ຫຼຸດລົງ 7% ໃນປີ 2020), ດ້ວຍມູນຄ່າສົ່ງອອກບັນລຸ 142 ຕື້ USD.

        ເວັບໄຊດັ່ງກ່າວຖືວ່າ: ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ) ໄດ້ລົງນາມໃນສັນຍາການຄ້າເສລີ ແລະ ສິ່ງດັ່ງກ່າວກໍ່ຊ່ວຍຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດເອີລົບ ຫຼາຍພໍສົນຄວນ.

ຕອບກັບ