ສ.ເກົາຫຼີ ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ເຕົ້າ​ໂຮມ​ກັນ​ທາງ​ອອນ​ລາຍ ກັບ ສ​ປ​ປ.ເກົາຫຼີ

Chia sẻ
(VOVWORLD) - ວັນທີ 28 ກໍລະກົດ, ທ່ານ ເລຂາ ຮັບຜິດຊອບວຽກງານການຂ່າວ ຂອງຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ Park Soo Hyun ໃຫ້ຮູ້ວ່າ ເຊີອູນ ພວມພິຈາລະນາ ຈັດຕັ້ງບັນດາການໂອ້ລົມສົນທະນາທາງອອນລາຍກັບ ພຽງຢາງ ພາຍຫຼັງສອງປະເທດນີ້ ຟື້ນຟູສາຍຕິດຕໍພົວພັນລະຫວ່າງສອງຝ່າຍ ກ່ອນນັ້ນ 1 ວັນ. 
ສ.ເກົາຫຼີ ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ເຕົ້າ​ໂຮມ​ກັນ​ທາງ​ອອນ​ລາຍ ກັບ ສ​ປ​ປ.ເກົາຫຼີ - ảnh 1ພາບປະກອບ: AFP /TTXVN

ວັນທີ 29 ກໍລະກົດ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ເຊີອູນ ຈະຊຸກຍູ້ການເຕົ້ນໂຮມກັນທາງອອນລາຍ ສຳລັບບັນດາຄອບຄົວທີ່ຖືກ ພັດພາກຈາກກັນ ກັບພຽງຢາງ, ຖືນີ້ແມ່ນໂຄງການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ຈຳເປັນທີ່ສຸດ. ເຈົ້າໜ້າທີ່ທຳນຽບປະທານາທິບໍດີ ທ່ານໜຶ່ງ ໄດ້ເປີດເຜີຍ ເຈດຈຳນົງດັ່ງກ່າວ ຂະນະ ໄດ້ຮັບຂໍ້ສະເໜີໃຫ້ວິຈານກ່ຽວກັບບັນດາຂ່າວລືວ່າ ອຳນາດການປົກຄອງ ຂອງ ທ່ານປະທານາທິບໍດີ Moon – Jae – In ພວມຊອກຫາວິທີການປະຕິບັດເຫດການເຕົ້າໂຮມກັນທາງອອນລາຍ ກັບ ສປປ.ເກົາຫຼີ ພາຍຫຼັງສາຍຕິດຕໍພົວພັນລະຫວ່າງສອງຝ່າຍ ໄດ້ຮັບການຟື້ນຟູໃນວັນທີ 27 ກໍລະກົດ.

ກ່ອນໜ້ານັ້ນ, ວັນທີ 28 ກໍລະກົດ, ທ່ານ ເລຂາ ຮັບຜິດຊອບວຽກງານການຂ່າວ ຂອງຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ Park Soo Hyun ໃຫ້ຮູ້ວ່າ ເຊີອູນ ພວມພິຈາລະນາ ຈັດຕັ້ງບັນດາການໂອ້ລົມສົນທະນາທາງອອນລາຍກັບ ພຽງຢາງ ພາຍຫຼັງສອງປະເທດນີ້ ຟື້ນຟູສາຍຕິດຕໍພົວພັນລະຫວ່າງສອງຝ່າຍ ກ່ອນນັ້ນ 1 ວັນ. ທ່ານ Park Soo Hyun  ຖືວ່າ ການຟື້ນຟູສາຍຕິດຕໍພົວພັນ ແມ່ນຂີດໝາຍເລີ່ມຕົ້ນໃຫ້ແກ່ວິວັດທະນາການປັບປຸງການພົວພັນສອງຝ່າຍ, ເຖິງຢ່າງໃດກໍຕາມ, ວຽກນີ້ຍັງບໍ່ທັນພຽງພໍ ເພື່ອໃຫ້ທັງສອງຝ່າຍກ້າວເຂົ້າສູ່ການເຈລະຈາຢ່າງແທ້ຈິງ.

ຕອບກັບ