ສາມັກຄີໃນພາກພື້ນແມ່ນຂໍ້ກຸນແຈ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ

Chia sẻ
(VOVWORLD) - ອາຊຽນ ຄວນມີປະຕິກິລິຍາລວມໝູ່ ແລະ ເປັນເຈົ້າການຄືກຸ່ມກ້ອນໜຶ່ງ ໂດຍຜ່ານການສົມທົບກັນ, ລັກສະນະຮອບດ້ານ, ແບ່ງປັນຂໍ້ມູນ ແລະ ສ້າງແຜນກຳນົດນະໂຍບາຍໃຫ້ມີປະສິດທິຜົນ.
ສາມັກຄີໃນພາກພື້ນແມ່ນຂໍ້ກຸນແຈ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ - ảnh 1 ສາມັກຄີໃນພາກພື້ນແມ່ນຂໍ້ກຸນແຈ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ (ພາບ: AFP/TTXVN)

  ໃນບົດວິເຄາະໂດຍໜັງສືພິມ Bangkok Post ຄັດສະເໜີໃນວັນທີ 23 ພຶດສະພາ, ທ່ານປະລິນຍາເອກ Nehginpao Kipgen  ຜູ້ອຳນວຍການຝ່າຍບໍລິຫານສູນຄົ້ນຄວ້າ ອາຊຽນ (CSEAS) ພ້ອມກັບທ່ານ Aakriti Bansal ຜູ້ຊ່ວຍວຽກຄົ້ນຄວ້າ, ສັງກັດສູນດັ່ງກ່າວ ໄດ້ໃຫ້ຂໍ້ສັງເກດວ່າ ຄວາມສາມັກຄີໃນພາກພື້ນແມ່ນຂໍ້ກຸນແຈ ເພື່ອໃຫ້ບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.

ບົດຂຽນຖືວ່າ: ການແຜ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ໄດ້ກໍ່ຄວາມສ່ຽງພໍສົມຄວນຕໍ່ ອາຊຽນ ຍ້ອນແມ່ນການໃກ້ຊິດດ້ານພູມສາດຂອງພາກພື້ນກັບ ຈີນ ແລະ ການແລກປ່ຽນການຄ້າສູງລະຫວ່າງ 2 ຝ່າຍ.

        ແລະກໍ່ໃນບົດຂຽນດັ່ງກ່າວ, ອາຊຽນ ຄວນມີປະຕິກິລິຍາລວມໝູ່ ແລະ ເປັນເຈົ້າການຄືກຸ່ມກ້ອນໜຶ່ງ ໂດຍຜ່ານການສົມທົບກັນ, ລັກສະນະຮອບດ້ານ, ແບ່ງປັນຂໍ້ມູນ ແລະ ສ້າງແຜນກຳນົດນະໂຍບາຍໃຫ້ມີປະສິດທິຜົນ. ນອກນັ້ນ, ອາຊຽນ ຄວນພັດທະນາບັນດາຮູບແບບກ່ຽວກັບຄ່າໃຊ້ຈ່າຍການຜະລິດບັນດາຊຸດວິໄຈທີ່ມີລາຄາຖືກກ່ວາຢ່າງມີປະສິດທິຜົນ ປະກອບສ່ວນຄວບຄຸມໂລກລະບາດໂຄວິດ-19 ໂດຍໄວ.

ຕອບກັບ