ສານອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

Chia sẻ
(VOVWORLD) -ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງພັກໄດ້ວາງອອກ ນັ້ນແມ່ນ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.  
ສານອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີໄຂ (ພາບ: TTXVN)

ໄລ່ຮອດວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບສານອວຍພອນ 215 ສະບັບ ຈາກ 105 ພັກ, 4 ອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນ, 76 ອົງການມິດຕະພາບ, 15 ຄະນະທຸຕານຸທູດ ແລະ 15 ສ່ວນບຸກຄົນຈາກ 79 ປະເທດ. ນີ້ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ຂອງປະຊາຊົນ ຫວຽດນາມ ໂດຍພັກກອມມູນິດ ຫວຽດນາມ ລິເລີ່ມ ແລະ ນຳພາ ແລະ ກໍແມ່ນປະກົດການທີ່ມີຊີວິດຊີວາຂອງການພົວພັນທີ່ນັບມື້ນັບເລິກເຊິ່ງຂອງ ພັກກອມມູນິດ ຫວຽດນາມ ກັບ ອົງການຈັດຕັ້ງພັກ ແລະ ເພື່ອນມິດສາກົນ.

        ກ່າວຄຳເຫັນທີ່ພິທີໄຂ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ເຊິ່ງດຳເນີນໃນຕອນເຊົ້າວັນທີ 26 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕາງໜ້າໃຫ້ຄະນະປະທານກອງປະຊຸມໃຫຍ່, ສະແດງຄວາມຂອບອົກຂອບໃຈຕໍ່ໄມຕີຈິດມິດຕະພາບ, ການຮ່ວມມື, ລະດົມກຳລັງໃຈ, ການສະຫນັບສະຫນູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງບັນດາພັກການເມືອງ, ອົງການຈັດຕັ້ງຕ່າງໆ ແລະ ເພື່ອນມິດສາກົນ ທີ່ມີຕໍ່ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງພັກໄດ້ວາງອອກ ນັ້ນແມ່ນ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.  

ຕອບກັບ