ສານ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລາວ ແລະ ໄທ ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.
ສານ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລາວ ແລະ ໄທ ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ ຫວຽດ​ນາມ - ảnh 1 ພາຍຸ, ນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງຢູ່ບັນດາແຂວງພາກກາງ ຫວຽດນາມ (ພາບ: TTXVN)

ໂດຍໄດ້ຮັບຂ່າວວ່າ ພາຍຸ, ນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງຢູ່ບັນດາແຂວງພາກກາງ ຫວຽດນາມ, ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້. ທ່ານກໍເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກນີ້ ແລະ ຈະກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ໄທ ປະຍຸດ ຈັນໂອຊາ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາຊະອານາຈັກ ໄທ ດອນ ປຣະມຸດວິໄນ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເຊັ່ນດຽວກັນ.


 

ຕອບກັບ