ສະຫະພາບເອີລົບເພີ່ມທະວີ ການລົງທຶນເຂົ້າພາກພື້ນອາຊີ ຕາເວັນອອກສ່ຽງໃຕ້

Chia sẻ

ສະຫະພາບ​ເອີ​ລົບ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ສະຫະພາບເອີລົບເພີ່ມທະວີ ການລົງທຶນເຂົ້າພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ - ảnh 1

(ພາບ:tinkinhte.com)

(VOV)-   ສັນຍາ​ການ​ຄ້າ​ເສລີ (FTA) ຊື່​ງສະຫະພາບ​ເອີ​ລົບ (EU) ລົງ​ນາມ​ກັບສິງກະ​ໂປ ​ໃນຫວ່າງ​ແລ້ວ​ນີ້ ໄດ້​ເປີດ​ປະຕູ​ເຂົ້າຕະຫຼາດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ແກ່ EU. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ​ຢູ່​ສິງກະ​ໂປ, ທ່ານ Karel De Gucht ກຳມະການ​ການ​ຄ້າ​ເອີ​ລົບ ​ໃຫ້ຮູ້​ຄວາມ​ຕັດສິນ​ໃຈ​ຂອງ EU ​ໃນ​ຄວາມ​ຫວັງ​ຢາກ​ດຳ​ເນີນ​​ການ​ຄ້າ​ຢູ່ອາຊີ​ໃນ​ໄລຍະ​​ຍາວ​ນານ ຊື່​ງສະ​ແດງ​ອອກ​ຜ່ານ FTA  ທີ່​ໄດ້ລົງ​ນາມ​ກັບສິງກະ​ໂປ ພາຍຫຼັງ​ດຳ​ເນີນ​ການ​ເຈລະຈາ​ເປັນ​ເວລາ 2 ປີ. ຕາມ​ທ່ານ Karel De Gucht ​, ສຳລັບ EU ແລ້ວ, ສິງກະ​ໂປ ​ແມ່ນ​ຕະຫຼາດ​ທີ່ຂະຫຍັນ​ຂັນ​ເຂື່ອນ​ສຳລັບ​ບັນດາ​ບໍລິສັດ​ເອີ​ລົບ ​ແລະ ກໍ່​ແມ່ນ​ບໍລິ​ເວນ​ຕົ້ນຕໍ​ເພື່ອ​ແລກປ່ຽນ​ການ​ຄ້າ​ກັບ​ທົ່ວພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ເອີ​ລົບ ​ຫວັງ​ວ່າ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ​ຈະ​ສ້າງ​ທ່າ​ໄດ້​ປຽບ​ຕື່ມ​ອີກ​ຫຼາຍ​ຢ່າງ​ໃຫ້​​ແກ່ຂົງ​ເຂດ​ທະນາຄານ, ການ​ເງິນ ​ແລະ ປະກັນ​ໄພ​ຂອງ​ເອີ​ລົບ ​ໃນ​ຕະຫຼາດພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.