ສະມາຄົມໄທບ້ານດຽວກັນ ຊຽງຂວາງ ປະຈຳນະຄອນຫຼວງວຽງຈັນ ຈັດຕັ້ງການພົບປະຕົ້ນລະດູບານໃໝ່ປີຊວດ 2020

Chia sẻ
(VOVWORLD) -ຕອນຄ່ຳວັນທີ 3 ກຸມພາ, ສະມາຄົມໄທບ້ານດຽວກັນຊຽງຂວາງ, ປະຈຳນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດຕັ້ງການພົບປະຕົ້ນລະດູບານໃໝ່.
ສະມາຄົມໄທບ້ານດຽວກັນ ຊຽງຂວາງ ປະຈຳນະຄອນຫຼວງວຽງຈັນ ຈັດຕັ້ງການພົບປະຕົ້ນລະດູບານໃໝ່ປີຊວດ 2020 - ảnh 1 ລາຍການສະແດງສິລະປະ ທີ່ການພົບປະ (ພາບ: TTXVN)

 ທີ່ການພົບປະ, ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານນາງ ວູ໋ຕູ໊ແອວງ, ຫວັງວ່າພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ລາວຈະສາມັກຄີກັນ, ປະຕິບັດນະໂຍບາຍກົດໝາຍຂອງລັດຖະບານ ລາວ ໃຫ້ເປັນຢ່າງດີ, ປະກອບສ່ວນສ້າງສາປະເທດ ລາວ ໃຫ້ນັບມື້ນັບວັດທະນາຖາວອນ, ປອງດອງກົມກຽວກັບຊາວທ້ອງຖິ່ນ, ກາຍເປັນຂົວຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.

ຫຼາຍປີຜ່ານມາ, ສະໂມສອນໄທບ້ານດຽວກັນ ຊຽງຂວາງ ໄດ້ກາຍເປັນບ່ອນພົບປະ, ແລກປ່ຽນວັດທະນະທຳ, ແບ່ງປັນບົດຮຽນໃນການທຳມາຫາກິນຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ລາວທີ່ມີບ້ານເກີດຢູ່ແຂວງ ຊຽງຂວາງ ເຊິ່ງກຳລັງດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ. ພ້ອມທັງແມ່ນບ່ອນປົກປັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊາດຜ່ານບັນດາການດຳເນີນຊີວິດວັດທະນະທຳການສະແດງສິລະປະທີ່ມຸ່ງງໄປສູ່ກົກເຄົ້າເຫງົ້າກໍຂອງຊາດ

ຕອບກັບ