ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມມອບວັດ​ຖຸ, ​ອຸ​ປະ​ກ​ອນ​ການ​ແພດ​ໃຫ້​ລັດ​ຖະ​ສະ​ພາ​ບາງ​ປະ​ເທດ​ອາ​ຟຼິກ​ກາ, ຕາ​ເວັນ​ອອກ​ກາງ

Chia sẻ
(VOVWORLD) - ຕອນບ່າຍວັນທີ 28 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານ ຫງວຽນແຫ້ງຝູກ , ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໂດຍຕາງໜ້າໃຫ້ແກ່ສະພາແຫ່ງຊາດຫວຽດນາມ ໄດ້ມອບວັດຖຸອຸປະກອນການແພດໃຫ້ແກ່ລັດຖະສະພາບາງປະເທດອາຟຼີກກາ, ຕາເວັນອອກກາງ (ລວມມີອານເຊຣີ, ອີຣານ, ໂມຊຳບິກ, ປາແລັດສະຕີນ ແລະ ອາຟຼິກກາໃຕ້) ແລະ ສະພາກາແດງອິນເດຍ.

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມມອບວັດ​ຖຸ, ​ອຸ​ປະ​ກ​ອນ​ການ​ແພດ​ໃຫ້​ລັດ​ຖະ​ສະ​ພາ​ບາງ​ປະ​ເທດ​ອາ​ຟຼິກ​ກາ, ຕາ​ເວັນ​ອອກ​ກາງ - ảnh 1ທ່ານ ຫງວຽນແຫ້ງຝູກ , ເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນປະຈຳຫວຽດນາມ

(ພາບ: Quochoi.vn)

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ຫງວຽນແຫ້ງຝູກຊີ້ແຈ້ງວ່າ: ໃນວິວັດການຮັບມືກັບໂລກລະບາດ Covid -19, ຫວຽດນາມໄດ້ຮັບການຊ່ວຍເຫຼືອ, ໜູນຊ່ວຍອັນລ້ຳຄ່າຈາກຫຼາຍປະເທດເພື່ອນມິດ, ປະຊາຄົມສາກົນ. ດ້ວຍເນື້ອໃນຈິດໃຈຮ່ວມມືສາກົນ, ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງກັບລັດຖະສະພາບັນດາປະເທດອາຟຼິກກາ, ຕາເວັນອອກກາງ ແລະ ປະຊາຊົນຂອງບັນດາປະເທດ ທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດ Covid – 19. ທ່ານ ຫງວຽນແຫ້ງຝູກ ຫວັງວ່າ ຂອງຂວັນນີ້ຂອງ ສະພາແຫ່ງຊາດຫວຽດນາມຈະຊ່ວຍເພີ່ມກຳລັງແຮງດ້ານຈິດໃຈ ແລະ ວັດຖຸສ່ວນໜຶ່ງໃຫ້ແກ່ປະຊາຊົນບັນດາປະເທດ ເພື່ອເອົາຊະນະໂລກລະບາດ Covid – 19 ໃຫ້ໄດ້ໂດຍໄວ.

ໂດຍຕາງໜ້າເອກອັກຄະລັດຖະທູດບັນດາປະເທດຂຶ້ນຮັບວັດຖຸ, ອຸປະກອນການແພດ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນປະຈຳຫວຽດນາມໄດ້ຕີລາຄາສູງປະສິດທິຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມໃນໄລຍະທີ່ຜ່ານມາ, ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ອາລົມຈິດຄວາມຮັກແພງ, ການຊ່ວຍເຫຼືອອັນລ້ຳຄ່າຂອງສະພາແຫ່ງຊາດ, ປະຊາຊົນຫວຽດນາມທີ່ສະຫງວຽນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນບັນດາປະເທດ.

ຕອບກັບ