ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ​ປະ​ຈຳ​ປີ

Chia sẻ
(VOVWORLD) -ເວທີປາໄສໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຢ່າງສຸດຂີດ, ເຕົ້າໂຮມພູມປັນຍາຢ່າງຄົບຖ້ວນ,  ການປະກອບສ່ວນບໍ່ພຽງແຕ່ຂອງບັນດາສະມາຊິກ ສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງດຶງດູດ, ສ້າງເຄືອຂ່າຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງລົງເລິກແຖວໜ້າພາຍໃນປະເທດ ແລະ ຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ.
ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ​ປະ​ຈຳ​ປີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ

ວັນທີ 27 ກັນຍາ ຈະມາເຖິງ, ຫ້ອງວ່າການສະພາແຫ່ງຊາດຈະສົມທົບກັບຄະນະກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຈັດການໂອ້ລົມສົນທະນາໃຫ້ຄຳປຶກສາ ນັກຊ່ຽວຊານດ້ານເສດຖະກິດ - ສັງຄົມ, ການໂອ້ລົມສົນທະນາໄດ້ຈັດຂຶ້ນຕາມ 2 ຮູບການໂດຍກົງ ແລະ ທາງໄກ ກັບບັນດາສະຖານທີ່ຕົ້ນຕໍຂອງ ຮ່າໂນ້ຍ ແລະ ທ້ອງຖິ່ນຕ່າງໆຈຳນວນໜຶ່ງໃນທົ່ວປະເທດ. ການໂອ້ລົມສົນທະນາຈະສຸມໃສ່ 2 ບັນຫາຄື: ຕີລາຄາການເໜັງຕິງຂອງຕະຫຼາດການເງິນ, ການລົງທຶນ, ການຄ້າທົ່ວໂລກ ປີ 2021, ການຜັນແປຫຼ້າສຸດ ຂອງເສດຖະກິດໂລກ ແລະ ຍົກອອກບັນດາການຄາດຄະເນກ່ຽວກັບການກະທົບຕໍ່ຫວຽດນາມ, ຕີລາຄາຜົນກະທົບຂອງ ໂລກລະລາດໂຄວິດ - 19 ຕໍ່ເສດຖະກິດ ສັງຄົມ ຫວຽດນາມ, ການປະຕິບັດຍຸດທະສາດສັກວັກຊິນກັນໂຄວິດ - 19, ບົດຮຽນໃນການປະກາດໃຊ້ແຜນນະໂຍບາຍ, ບັນດາຂໍ້ສະເໜີແນະ, ວິທີການແກ້ໄຂໃຫ້ແກ່ຫວຽດນາມ ນັບແຕ່ປັດຈຸບັນ ຈົນຮອດທ້າຍປີ ແລະ ບັນດາຊຸມປີຕໍ່ໄປ ຂອງອາຍຸການສະພາແຫ່ງຊາດຊຸດທີ XV. ເວທີປາໄສໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຢ່າງສຸດຂີດ, ເຕົ້າໂຮມພູມປັນຍາຢ່າງຄົບຖ້ວນ,  ການປະກອບສ່ວນບໍ່ພຽງແຕ່ຂອງບັນດາສະມາຊິກ ສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງດຶງດູດ, ສ້າງເຄືອຂ່າຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງລົງເລິກແຖວໜ້າພາຍໃນປະເທດ ແລະ ຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ.

ຕອບກັບ