ສະ​ພາບ​ການ​ໂ​ລກ​ລະ​ບ​າດ​ໂຄວິດ - 19 ຢູ່ຫວຽດ​ນາມແລະໃນ​ໂລກ

Chia sẻ

(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວ ໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 2.618 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ



ສະ​ພາບ​ການ​ໂ​ລກ​ລະ​ບ​າດ​ໂຄວິດ - 19 ຢູ່ຫວຽດ​ນາມແລະໃນ​ໂລກ - ảnh 1ປະຊາຊົນຈັດແຖວເພື່ອສັກວັກຊິນກັນໂຄວິດ - 19 (ພາບ: THX/ TTXVN)

ນັບແຕ່ເວລາ 18 ໂມງຂອງວັນທີ10 ພຶດສະພາຮອດເວລາ 6 ໂມງຂອງວັນທີ 11 ພຶດສະພາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 28 ຄົນພາຍໃນປະເທດ. ມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 3.489 ຄົນ, ໃນນັ້ນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນປະເທດແມ່ນ 2.056 ຄົນແລະຜູ້ເຂົ້າເມືອງ 1.433 ຄົນ. ຈຳນວນຜູ້ຕິດເຊື້ອລາຍໃໝ່ໃນວັນທີ 27 ເມສາມາຮອດປັດຈຸບັນແມ່ນ 486 ຄົນ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວ ໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 2.618 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິworldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ພຶດສະພາ ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 159,6 ລ້ານຄົນ, ໃນນັ້ນມີກ່ວາ 3,3 ລ້ານຄົນເສຍຊີວິດ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 33,5 ລ້ານຄົນ ໃນນັ້ມີ ຜູ້ເສຍຊີວິດ ກ່ວາ 596.000 ຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຕອບກັບ