ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

Chia sẻ
(VOVWORLD) -ຢູ່ບາງປະເທດຄື: ຝລັ່ງ, ໂລກລະບາດພວມຫຼຸດລົງເຖິງວ່າຊ້າກໍ່ຕາມ. ພາຍຫຼັງການດຳເນີນບັນດາມາດຕະການປິດປະເທດຄັ້ງທີ 3 ມາເປັນເວລາເກືອບ 2 ເດືອນ, ປະເທດຝລັ່ງໄດ້ເລີ່ມຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ເມື່ອບັນດາດັດຊະນີສຳຄັນຄືຈຳນວນຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ແລະ ຈຳນວນຜູ້ເສຍຊີວິດລ້ວນແຕ່ຫຼຸດລົງ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: IRNA/TTXVN

ນັບແຕ່ເວລາ 8 ໂມງເຊົ້າຂອງວັນທີ 13 ພຶດສະພາ, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 161 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3,34 ລ້ານຄົນ. ອາເມລິກາ, ອິນເດຍ, ຕວັກກີແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກຫຼາຍທີ່ສຸດ.

ຢູ່ອິນເດຍໂລກລະບາດສືບຕໍ່ແຜ່ລາມເປັນວົງກວ້າງຢູ່ລະດັບເປັນໜ້າເຕືອນໄພ. ມາຮອດປັດຈຸບັນ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 23,7 ລ້ານຄົນ ສູງອັນດັບທີ 2 ໃນໂລກ, ໃນນັ້ນມີຜູ້ເສຍຊີວິດກ່ວາ 362.000 ຄົນ.

ເຖິງຢ່າງໃດກໍ່ຕາມ, ຢູ່ບາງປະເທດຄື: ຝລັ່ງ, ໂລກລະບາດພວມຫຼຸດລົງເຖິງວ່າຊ້າກໍ່ຕາມ. ພາຍຫຼັງການດຳເນີນບັນດາມາດຕະການປິດປະເທດຄັ້ງທີ 3 ມາເປັນເວລາເກືອບ 2 ເດືອນ, ປະເທດຝລັ່ງໄດ້ເລີ່ມຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ເມື່ອບັນດາດັດຊະນີສຳຄັນຄືຈຳນວນຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ແລະ ຈຳນວນຜູ້ເສຍຊີວິດລ້ວນແຕ່ຫຼຸດລົງ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 12 ພຶດສະພາ ຫາເວລາ 18 ໂມງຂອງວັນທີ 13 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 87 ຄົນ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງຂອງວັນທີ 13 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 3.710 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ.

ຕອບກັບ