ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

Chia sẻ
(VOVWORLD) -ຕາມເວັບໄຊສະຖິິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 17 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 140,5 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 3.012.481 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 17 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 1 ຄົນ. ນີ້ແມ່ນຜູ້ເຂົ້າເມືອງໄດ້ຮັບການແຍກຕົວຢູ່ ແຂວງບັກນິງ, ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 2773 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.445 ຄົນ ແລະ ຜູ້ເສຍຊີວິດ 35 ຄົນ.

        ໄລ່ຮອດເວັນທີ 17 ເມສາ, ແມ່ນ 62 ວັນຢ່າງລຽນຕິດແລ້ວທີ່ 10 ແຂວງ, ນະຄອນ ຄື: ຮ່ວາບິ່ງ, ດຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮຶງອຽນ, ບັກຢາງ, ຢາລານ, ບັກນິງ, ກ໋ວາງນິງ ແລະ ນະຄອນໂຮ່ຈີມິນ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ. ນະຄອນຮ່າໂນ້ຍບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຮອບເວລາ 60 ວັນຢ່າງລຽນຕິດແລ້ວ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 17 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 140,5 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 3.012.481 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 32,3 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 580.000 ຄົນ ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຕອບກັບ